• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີກຸ່ມບໍລິສັດ, ວິສາຫະກິດຫຼາຍແຫ່ງສະໜັບສະໜູນກອງທຶນຊື້ ວັກຊິນກັນໂຄວິດ - 19

      ວັນທີ 25 ພຶດສະພາ, ທ່ານ ຫງວຽນແທັງລອງ, ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ຮັບເງິນເປັນຈຳນວນ 125 ຕື້ດົ່ງ, 1 ລ້ານ USD ແລະ ວັກຊິນກັນໂຄວິດ - 19 ຈຳນວນ 1 ລ້ານໂດສ ຈາກບັນດາກຸ່ມບໍລິສັດ, ວິສາຫະກິດ ຊ່ວຍໜູນແກ່ການຊື້ ແລະສັກວັກຊິນກັນໂຄວິດ - 19.
ຕາງໜ້າກຸ່ມບໍລິສັດ T&T Group ໄດ້ມອບວັກຊິນ 1 ລ້ານໂດສເພື່ອໜູນຊ່ວຍວຽກງານປ້ອງກັນ,
ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: TTXVN)
      ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ຫງວຽນແທັງລອງ ໃຫ້ຮູ້ວ່າ ການໜູນຊ່ວຍອັນລ້ຳຄ່າຂອງບັນດາກຸ່ມບໍລິສັດ, ວິສາຫະກິດມີປະສິດທິຜົນຢ່າງແທ້ຈິງ, ປະກອບສ່ວນເຂົ້າຜົນສຳເລັດຂອງການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. ກະຊວງສາທາລະນະສຸກຫວັງວ່າ ບັນດາຫົວໜ່ວຍສືບຕໍ່ຮ່ວມເດີນທາງພ້ອມກັບຂະແໜງສາທາລະນະສຸກ ແລະ ທົ່ວປະເທດ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ທັດສະນະຊີ້ນຳຂອງກົມການເມືອງ ແມ່ນລະດົມທຸກແຫຼ່ງກຳລັງໃນສັງຄົມເພື່ອເຮັດແນວໃດເພື່ອໃຫ້ຫວຽດນາມ ອາດສາມາດ ສຳຜັດກັບວັກຊິນກັນໂຄວິດ - 19 ໄວທີ່ສຸດ ແລະ ຮັບປະກັນເລື່ອງປະຊາຊົນໄດ້ສຳຜັດກັບວັນຊິນຢ່າງກ້ວາງຂວາງ, ເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ - 19 ແລະ ນຳຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ. ພ້ອມກັບຄວາມມານະພະຍາຍາມສຳຜັດ, ຊອກຫາວັກຊິນຈາກພາຍນອກ, ກະຊວງສາທາລະນະສຸກ ໄດ້ ແລະ ພວມຕັ້ງໜ້າ ເຮັດວຽກກັບບັນດາຄູ່ຮ່ວມມື, ລະດົມບາງກຸ່ມບໍລິສັດ, ວິສາຫະກິດເຂົ້າຮ່ວມການຜະລິດວັກຊິນກັນໂຄວິດ - 19 ຢູ່ພາຍໃນປະເທດ, ດ້ວຍເປົ້າໝາຍຮອດປີ 2022, ຈະມີວັກຊິນກັນໂຄວິດ - 19 ໂດຍ ຫວຽດນາມຜະລິດ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top