• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມາເລເຊຍ ຕີລາຄາສູງ ບົດບາດປະທານ ອາຊຽນ ຂອງ ຫວຽດນາມ

      ທ່ານນາງ Kamsiah Kamaruddin - ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ອາຊຽນ ໄດ້ຕີລາຄາວ່າ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວທີ່ກ່ຽວຂ້ອງ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

ທ່ານນາງ Kamsiah Kamaruddin - ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ອາຊຽນ
      ໂດຍບໍ່ຫົວຊາຕໍ່ບັນດາຂໍ້ຈຳກັດຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ກອງປະຊຸມໄດ້ ເຕົ້າໂຮມປະມຸລັດ ແລະ ຜູ້ນຳລັດຖະບານຂອງທັງ 10 ປະເທດ ອາຊຽນ, ລັດຖະມົນຕີການຕ່າງປະເທດ 10 ປະເທດ ແລະ ຜູ້ຕາງໜ້າຂອງ 8 ປະເທດຄູ່ເຈລະຈາ. ທ່ານນາງ Kamsiah Kamaruddin - ເອກອັກຄະລັດຖະທູດ ມາເລເຊຍ ຕີລາຄາສູງບົດບາດເປັນປະທານ ອາຊຽນ 2020 ຂອງ ຫວຽດນາມ ແລະ ຖືວ່າ ປີ 2020 ເປັນປີທີ່ໄດ້ສ້າງຂີດໝາຍ“ເຫຼືອທຳມະດາ” ສຳລັບ ອາຊຽນ ແລະ ໂລກ. ໃນສະພາບການທີ່ເກີດໂລກລະບາດໂຄວິດ - 19, ຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດຂອງການນຳພາໃນວຽກງານຮັບປະກັນພາກພື້ນໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ກັບບັນດາສິ່ງທ້າທາຍດັ່ງກ່າວ, ຖືບົດບາດໃຈກາງຂອງ ອາຊຽນ ແລະ ຜົນປະໂຫຍດຂອງປະຊາຊົນເປັນຈຸດສຸມ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top