• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມວນຊົນ ຍີ່ປຸ່ນ ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງ ທ່ານນາຍົກລັດຖະມົນຕີ Suga Yoshihide

      ຄາດວ່າ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຈະຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 18 ຫາວັນທີ 19 ຕຸລາ ຈະມາເຖິງ.

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide (ພາບ: REUTERS) 
      ວັນທີ 13 ຕຸລາ, ສື່ມວນຊົນຍີ່ປຸ່ນ ໄດ້ໃຫ້ຂ່າວກ່ຽວກັບເລື່ອງ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ຈະມາຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ ໃນຮອບເວລາ 4 ວັນນັບແຕ່ວັນທີ 18 ຕຸລາ, ໃນນັ້ນ ຄາດວ່າ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຈະຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 18 ຫາວັນທີ 19 ຕຸລາ ຈະມາເຖິງ. ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ Suga Yoshihide ນັບແຕ່ເມື່ອຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີໃນວັນທີ 16 ກັນຍາ ຜ່ານມາ. ທ່ານ Suga Yoshihide ໃຫ້ຂໍ້ສັງເກດວ່າ ບາງປະເທດ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນ ຫວຽດນາມ ແມ່ນປະເທດຄວບຄຸມສະພາບການໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ, ສະນັ້ນ ໄດ້ເລືອກເອົາ ຫວຽດນາມ ແມ່ນປະເທດໄປຢ້ຽມຢາມທຳອິດ ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍກັບ ຫວຽດນາມ, ພ້ອມທັງຊຸກຍູ້ການພົວພັນລະຫວ່າງ ຍີ່ປຸ່ນ ກັບບັນດາປະເທດ ອາຊຽນ ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ, ໂດຍສະເພາະແມ່ນໃນສະພາບການທີ່ ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ຈີນ ຢູ່ ເຂດທະເລຕາເວັນອອກນັບມື້ນັບເພີ່ມຂຶ້ນ.
(ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top