• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟີລິບປິນ: ບັນດາຜູ້ອອກສະໝັກເລືອກຕັ້ງໄດ້ຮັບການໜູນຫຼັງຈາກປະທານາທິບໍດີ ຍາດໄດ້ໄຊຊະນະໃນການຊ່ວງເສັງເຂົ້າສະພາສູງ

      ບັນດາສຳພັນທະມິດການເມືອງຂອງທ່ານປະທານາທິບໍດີ Rodrigo Duterte ຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງສະພາສູງ ກາງອາຍຸການ, ດ້ວຍອັດຕາ 8/12 ທີ່ນັ່ງຢູ່ສະພາສູງ ລວມມີ 24 ທີ່ນັ່ງ.

ຜູ້ມີສິດເລືອກຕັ້ງຟິລິບປິນ ເກືອບ 62 ລ້ານຄົນ ໄດ້ຈົດທະບຽນເຂົ້າຮ່ວມການປ່ອນບັດ
(ພາບ: AFP/TTXVN)
      ໝາກຜົນເບື້ອງຕົ້ນຂອງຄະນະກຳມະການເລືອກຕັ້ງຟີລິບປິນ (EC) ປະກາດໃນວັນທີ 14 ພຶດສະພາ ໄດ້ຊີ້ໃຫ້ເຫັນວ່າ, ບັນດາສຳພັນທະມິດການເມືອງຂອງທ່ານປະທານາທິບໍດີ Rodrigo Duterte ຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງສະພາສູງ ກາງອາຍຸການ, ດ້ວຍອັດຕາ 8/12 ທີ່ນັ່ງຢູ່ສະພາສູງ ລວມມີ 24 ທີ່ນັ່ງ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ບໍ່ມີຜູ້ອອກສະໝັກເລືອກຕັ້ງຄົນໃດທີ່ຂຶ້ນກັບຝ່າຍຄ້ານຍາດໄດ້ໄຊຊະນະໃນການຊ່ວງເສັງເຂົ້າສະພາສູງໃນຄັ້ງນີ້. ຄາດວ່າ, EC ຈະປະກາດບັນດາຜູ້ຮັບໄຊຊະນະຢ່າງເປັນທາງການໃນຮອບເວລາ 2 – 3 ວັນຈະມາເຖິງ.
        ກ່ອນໜ້ານັ້ນ, ວັນທີ 13 ພຶດສະພາ, ຜູ້ມີສິດເລືອກຕັ້ງຟິລິບປິນ ເກືອບ 62 ລ້ານຄົນ ໄດ້ຈົດທະບຽນເຂົ້າຮ່ວມການປ່ອນບັດ ເພື່ອເລືອກເອົາບັນດາສະມາຊິກຄົນໃໝ່ຂອງສະພາສູງ ແລະ ສະພາຕ່ຳ, ພ້ອມກັບບັນດາຕຳແໜ່ງໃນສະພາປະຊາຊົນນະຄອນ ແລະ ເຈົ້າຄອງນະຄອນ ໃນການເລືອກຕັ້ງກາງອາຍຸການ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top