• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອີຕາລີ ສືບຕໍ່ຊຸກຍູ້ການພົວພັນຮ່ວມມື

ທ່ານປະທານ Attilio Fontana ຕີລາຄາສູງເລື່ອງໂຮມຫົວໜ່ວຍບໍລິຫານ ແລະ ເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢູ່ ຫວຽດນາມ
ທ່ານນາງຮອງປະທານປະເທດ ວໍທິແອັງຊວັນ ແລະ ທ່ານ Attilio Fontana, ປະທານເຂດ Lombardy (ພາບ: TTXVN)

ໂດຍສືບຕໍ່ການຢ້ຽມຢາມ, ເຮັດວຽກຢູ່ ອີຕາລີ, ວັນທີ 01 ກໍລະກົດ, ທ່ານນາງຮອງປະທານປະເທດ ຫວຽດນາມ ວໍທິແອັງຊວັນ ໄດ້ພົບປະກັບ ທ່ານ Attilio Fontana, ປະທານເຂດ Lombardy.

ທ່ານປະທານ Attilio Fontana ຕີລາຄາສູງເລື່ອງໂຮມຫົວໜ່ວຍບໍລິຫານ ແລະ ເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢູ່ ຫວຽດນາມ ແລະ ຖືວ່າ ນີ້ແມ່ນມາດຕະການສຳຄັນເພື່ອພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານຖືວ່າ ການເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ - Milan ໄດ້ສ້າງຄວາມສະດວກຫຼາຍກວ່າແກ່ການແລກປ່ຽນການຄ້າ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ.

ສ່ວນທ່ານນາງ ວໍທິແອັງຊວັນ ສະເໜີໃຫ້ເຂດ Lombardy ຮ່ວມມືກັບແຂວງ, ນະຄອນ, ສູນເສດຖະກິດຂອງ ຫວຽດນາມ ຈຳນວນໜຶ່ງ ໃນຂົງເຂດການຄ້າ - ການລົງທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ທ່ານນາງສະແດງຄວາມເຊື່ອໝັ້ນວ່າ ເລື່ອງເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ - Milan ໄດ້ຊ່ວຍເຊື່ອມຕໍ່, ເພີ່ມທະວີການຮ່ວມມືລະຫວ່າງ 2 ທ້ອງຖິ່ນ, 2 ພື້ນຖານວັດທະນະທຳ ແລະ 2 ຊາດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

"ການຫັນເປັນດີຈີຕອນແມ່ນລະບົບເສັ້ນປະສາດສູນກາງ, ແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ກັບ ຕາແສງ ໃນຮູບແບບການເຄື່ອນໄຫວໃໝ່..."

Top