• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີພົບປະສັງສັນຍ້ອງຍໍຊົມເຊີຍທະຫານເສຍອົງຄະລະດັບໜັກດີເດັ່ນທົ່ວປະເທດປີ 2019

      ຕອນເຊົ້າວັນທີ 25 ກໍລະກົດ, ທີ່ຮ່າໂນ້ຍ ໄດ້ດຳເນີນການພົບປະສັງສັນຍ້ອງຍໍຊົມເຊີຍທະຫານເສຍອົງຄະລະດັບໜັກດີເດັ່ນທົ່ວປະເທດປີ 2019 ຈຳນວນ 500 ຄົນ.
             ການພົບປະສັງສັນໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງປ້ອງກັນປະເທດ, ກະຊວງຕຳຫລວດ, ໜັງສືພິມປະຊາຊົນ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສະຖານີໂທລະພາບ ຫວຽດນາມ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ສົມທົບກັນຈັດຕັ້ງ. ນີ້ແມ່ນເຫດການທີ່ມີຄວາມໝາຍຢ່າງເລິກເຊິ່ງ ນອນໃນບັນດາການເຄື່ອນໄຫວຟົດຟື້ນທີ່ພວມດຳເນີນໄປໃນທົ່ວປະເທດ ແນໃສ່ສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊິວິດເພື່ອຊາດ (27/07/1947 – 27/07/2019).

ພິທີພົບປະສັງສັນຍ້ອງຍໍຊົມເຊີຍທະຫານເສຍອົງຄະລະດັບໜັກດີເດັ່ນທົ່ວປະເທດປີ 2019 (ພາບ: TTXVN)
      ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຜູ້ແທນ 500 ຄົນແມ່ນທະຫານເສຍອົງຄະລະດັບໜັກດີເດັ່ນທົ່ວປະເທດທີ່ທີ່ມີໜ້າຢູ່ໃນງານພົບປະສັງສັນ ລ້ວນແຕ່ແມ່ນບັນດາຕົວພະຍານ, ບັນດາແບບຢ່າງຂອງຈິດໃຈອົງອາດກ້າແກ່ນ, ບໍ່ຍອມຈຳນົນ, ອົງອາດກ້າຫານເຂົ້າຮ່ວມການຕໍ່ສູ້ ເພື່ອເອກະລາດ, ເສລີພາບ, ເອກະພາບຂອງປະເທດຊາດ ແລະ ເພື່ອຊີວິດອັນດີງາມໃຫ້ພໍ່ແມ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:
        “ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງດູແລ ປະຕິບັດວຽກງານຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດເປັນຢ່າງດີ, ມູນເຊື້ອກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ ໄດ້ກາຍເປັນຄວາມງາມວັດທະນະທຳໃນຊີວິດທາງດ້ານຈິດໃຈຂອງປະເທດ ຫວຽດນາມ. ”
        ຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍມານະຈິດ, ເຈດຈຳນົງບືນຕົວຂຶ້ນຂອງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ເຊິ່ງທະຫານເສຍອົງຄະລະດັບໜັກ 500 ຄົນມີໜ້າຢູ່ໃນງານພົບປະສັງສັນນີ້ ແມ່ນຜູ້ແທນດີເດັ່ນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top