• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຊຸມນຸມມິດຕິງສະເຫຼີມສະຫຼອງ 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ

ພິ​ທີສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ທົ່ວ​ປະ​ເທດທຳ​ການ​ຕໍ່​ຕ້ານ
      ຕອນ​ເຊົ້າ​ວັນ​ທີ 18/12 ຢູ່​ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ທົ່ວ​ປະ​ເທດທຳ​ການ​ຕໍ່​ຕ້ານ (19/12/1946-19/12/2016).ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິ​ດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ; ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ, ປະ​ທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ຖ້ຽນ​ເຍີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຝ້າມ​ບິງ​ມິນ ແລະ ການ​ນຳ​ອີກຫຼາຍ​ທ່ານ​ໄດ້​ເຂົ້າຮ່ວມ. ກ່າວ​ສູນ​ທອນ​ພົດ​ທີ່​ພິ​ທີ​, ທ່ານ ຮ​ວ່າງ​ຈຸງ​ຫາຍ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ຊີ້​ແຈ້ງວ່າ :
      “ໃນ​ຊຸມ​ວັນ​ທີ່​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ, ກໍ​ຄື​ໃນ​ຕະຫຼອດ​ການ​ຕໍ່​ຕ້ານ​ຕ້ານ​ລາ​ເມືອງ​ຂຶ້ນ​ຝະ​ລັ່ງ, ພັກ​ເຮົາ​ໄດ້​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ, ມູນ​ເຊື້ອ​ຮັກ​ຊາດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ດ້ວຍ​ເຈດ​ຈຳ​ນົງ​ຕັດ​ສິນ​ໃຈ “ຍອມ​ເສຍ​ສະຫຼະ​ທຸກ​ສິ່ງ​ທຸກ​ຢ່າງ, ຫາກບໍ່​ຍອມ​ສູນ​ເສຍ​ປະ​ເທດ​ຊາດ​ຢ່າງ​ເດັດ​ຂາດ”, “ນ້ຳ​ໃຈຍອມ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ”  ນັ້ນ​ກໍ​ເປັນ​ການ​ປຸກ​ລຸກ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ, ສົມ​ທົບ​ກຳ​ລັງ​ແຮງ​ຂອງ​ຊາດ​ກັບ​ກຳ​ລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ສ້າງ​ເປັນ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ສົງ​ຄາມ​ປະ​ຊາ​ຊົນ​ທົ່ວ​ປວງ​ຊົນ, ຮອບ​ດ້ານ, ຕໍ່​ຕ້ານຍາວ​ນານ, ຍາດ​ເອົາ​ໄຊ​ຊະ​ນະ​ເ​ທື່ອ​ລະ​ກ້າວ, ກ້າວ​ໄປ​ເຖິງ​ໄຊ​ຊະ​ນະ​ຢ່າງ​ສົມ​ບູນ ”
      ແລະ​ກໍ​ໃນ​ຕອນ​ເຊົ້​າວັນ​ດຽວ​ກັນ​ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຜູ້​ແທນ​ພັກ, ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ກໍ​ໄດ້​ໄປ​ວາງ​ພ​ວງ​ມາ​ລາ ເຂົ້າ​ຂ່ຳ​ນັບ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມິນ ແລະ ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່​ອະ​ນຸ​ສາ​ວະ​ລີ ນັກ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top