• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກປະຊາຊົນ ກຳປູເຈຍ ສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງ

      ຕອນເຊົ້າວັນທີ 28 ມິຖຸນາ, ທີ່ເກາະ Koh Pich ຢູ່ນະຄອນຫລວງ ພະນົມເປັນ, ພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິງຢ່າງສົມກຽດ ເພື່ອສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງ (28/06/1951 – 28/06/2017)

ທ່ານ Samdech Hun Sen ປະທານ CPP 
      ດ້ວຍການເຂົ້າຮ່ວມຂອງສະມາຊິກພັກ, ມະຫາຊົນຢູ່ ພະນົມເປັນ ແລະ ບັນດາແຂວງອ້ອມຂ້າງປະມານ 20.000 ຄົນ. ໃນບົດປາໄສ, ທ່ານ Samdech Hun Sen ປະທານ CPP ຊີ້ແຈ້ງວ່າ ໃນໄລຍະ 66 ປີຜ່ານມາ, ກຳປູເຈຍ ໄດ້ຜ່ານຜ່າບັນດາໄລຍະປະຫວັດສາດ, ທັງມີຄວາມເອກອ້າງທະນົງໃຈ ທັງມີຄວາມຫຍຸ້ງຍາກ, ສັບສົນ ແລະ ອັນຕະລາຍ. ແຕ່ບໍ່ວ່າໃນສະພາບການໃດໆ CPP ຍາມໃດກໍ່ຍັງຄົງຮັກສາເປົ້າໝາຍ ແລະ ອຸດົມຄະຕິຂອງຕົນແມ່ນ ຮ່ວມກັບປະຊາຊົນໃນທຸກກໍລະນີ, ສູ້ຊົນແກ້ໄຂທຸກສິ່ງກີດຂວາງ, ຍອມເສຍສະຫຼະຊີວິດເພື່ອປະເທດ ກຳປູເຈຍ ເອກະລາດ, ສັນຕິພາບ, ເສລີ, ປະຊາທິປະໄຕ, ເປັນກາງ ແລະ ພັດທະນາສັງຄົມໃຫ້ໝັ້ນຄົງ. ທ່ານປະທານ Samdech Hun Sen ຮຽກຮ້ອງສະມາຊິກພັກ, ພໍ່ແມ່ປະຊາຊົນທຸກໆຄົນ ສືບຕໍ່ດຳລົງຊີວິດ, ປອງດອງເປັນປຶກໜຶ່ງແຜ່ນດຽວໃນມະຫາຄອບຄົວ ພາຍໃຕ້ລັດຖະທຳມະນູນ ເພື່ອສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນທຸກຢ່າງສັງຄົມ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top