• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະນັກງານ, ນັກຮົບຕຳຫຼວດປະຊາຊົນປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງປະທານໂຮ່ຈິມິນ

ຕອນເຊົ້າວັນທີ 11 ມີນາ, ຢູ່ແຂວງບັ໋ກຢາງ, ກະຊວງຕຳຫຼວດໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈິມິນ ມີ 6 ຄຳສັ່ງສອນຕຳຫຼວດປະຊາຊົນ.

(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີ)

ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ໃນສະພາບການຢູ່ພາຍໃນປະເທດ ແລະ ສາກົນຄືປະຈຸບັນ, ເລື່ອງຮ່ຳຮຽນ, ປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງປະທານໂຮ່ຈິມິນ ທີ່ສັ່ງສອນຕຳຫຼວດປະຊາຊົນແມ່ນມີຄວາມໝາຍສຳຄັນຍິ່ງ.

        “ພະນັກງານ, ນັກຮົບຕຳຫຼວດປະຊາຊົນແຕ່ລະຄົນ ຕ້ອງມີສະຕິຮັບຮູ້ຢ່າງຖືກຕ້ອງ, ເລິກເຊິ່ງກ່ຽວກັບຄວາມສຳຄັນ, ຄຸນຄ່າອັນໃຫຍ່ຫຼວງຂອງການຝືກຝົນຫຼໍ່ຫຼອມຈັນຍາບັນ, ຄຸນສົມບັດຂອງຕຳຫຼວດປະຕິວັດ; ມີສະຕິຕື່ນຕົວ, ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕາມຄຳສັ່ງ 6 ຂໍ້ຂອງປະທານໂຮ່ຈິມິນ ສຳລັບຕຳຫຼວດປະຊາຊົນ: ໂດຍບໍ່ວ່າໃນສະພາບການໃດໆ ກໍຮັກສາຄວາມປອດໄສໃຫ້ແກ່ຕົນເອງ “ຍາມໃດກໍ່ຈົ່ງຮັກພັກດີຕໍ່ພັກ - ສຸດຈິດສຸດໃຈຕໍ່ປະຊາຊົນ - ຮັບໃຊ້ປະເທດຊາດ - ຮັບໃຊ້ປະຊາຊົນ”. ຕຳຫຼວດປະຊາຊົນຕ້ອງເປັນກຳລັງປອດໄສ, ໝັ້ນຄົງເຂັ້ມແຂງ, ເປັນກຳລັງຫຼວງ, ຍອດຢ້ຽມ”

 (ແຫຼ່ງຄັດຈາກ VOV)


ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top