• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຝູຍ້ວນ ແມ່ນເມືອງທຳອິດຢູ່ ນະຄອນ ໂຮ່ຈີມິນ ປະຕິບັດສຳເລັດການສັກວັກຊິນກັນພະຍາດໂຄວິດ - 19 ເຂັມທີ 2 ໂດຍພື້ນຖານ

      ເມືອງ ຝູຍ້ວນ ແມ່ນເມືອງທຳອິດຂອງນະຄອນ ໂຮ່ຈີມິນ ປະຕິບັດສຳເລັດການສັກວັກຊິນກັນພະຍາດໂຄວິດ - 19 ເຂັມທີ 2 ໂດຍພື້ນຖານ ໃຫ້ແກ່ຜູ້ມີອາຍຸແຕ່ 18 ປີ ຂຶ້ນໄປ ດ້ວຍອັດຕາ 99%. 
(ພາບ: VOV)
      ວັັນທີ 3 ຕຸລາ, ເມືອງ ຝູຍ້ວນ ແມ່ນເມືອງທຳອິດຂອງນະຄອນ ໂຮ່ຈີມິນ ປະຕິບັດສຳເລັດການສັກວັກຊິນກັນພະຍາດໂຄວິດ - 19 ເຂັມທີ 2 ໂດຍພື້ນຖານ ໃຫ້ແກ່ຜູ້ມີອາຍຸແຕ່ 18 ປີ ຂຶ້ນໄປ ດ້ວຍອັດຕາ 99%. ເມືອງຝູຍ້ວນ ໄດ້ສັກວັກຊິນໃຫ້ແກ່ຫຼາຍກວ່າ 9.000 ຄົນ. ນາງ ຟ້າມຖຸ່ຍຢຸງ, ຢູ່ເມືອງ ຝູຍ້ວນ ໄດ້ສັກວັກຊິນເຂັມທີ 2 ໃຫ້ຮູ້ວ່າ:
      ຂ້າພະເຈົ້າໄດ້ສັກວັກຊິນເຂັມນີ້ແມ່ນເຂັມທີ 2 ແລະ ມີເງື່ອນໄຂຄົບຖ້ວນເພື່ອອອກໄປນອກແລ້ວ ແຕ່ຂ້າພະເຈົ້າກໍຍັງບໍ່ກ້າອອກໄປເທື່ອ, ເພາະວ່າສະພາບການໂລກລະບາດໃນປັດຈຸບັນ ແມ່ນຍັງບໍ່ທັນເປັນປົກກະຕິໄດ້ຢ່າງສິ້ນເຊີງ, ສະນັ້ນ ຂ້າພະເຈົ້າກໍຈຳກັດ. ຂ້າພະເຈົ້າກໍຫວັງວ່າ ທຸກຄົນຈະຈຳກັດກັນອອກໄປນອກເພື່ອບໍ່ເປັນພາລະແກ່ຂະແໜງສາທາລະນະສຸກ”.
            ປະຊາຊົນສາມາດຈົດຊື່ເພື່ອຂໍສັກວັກຊິນຜ່ານຫຼາຍຊ່ອງທາງ, ໂທລະສັບໂດຍກົງຫາຕາແສງ ຫຼື ສົ່ງຂໍ້ຄວາມລົງທະບຽນກັບໜ່ວຍບ້ານ, ຕາແສງ, ເມືອງ. ບໍ່ພຽງແຕ່ເທົ່ານັ້ນ, ປະຊາຊົນທີ່ຍັງບໍ່ທັນລົງທະບຽນກ່ອນ ກໍໄດ້ຮັບການແກ້ໄຂເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top