• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ແທນຊາວໜຸ່ມຫວຽດນາມ,ລາວ,ກຳປູເຈຍປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີຮັດແໜ້ນການພົວພັນ

      “ເພີ່ມທະວີການສຶກສາມູນເຊື້ອ, ຍູ້ແຮງການແລກປ່ຽນການຄ້າ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາການເຄື່ອນໄຫວອາສາສະໝັກເພື່ອປະຊາຄົມລະຫວ່າງຊາວໜຸ່ມ 3 ປະເທດ” ແມ່ນບັນດາເນື້ອໃນຕົ້ນຕໍເຊິ່ງໄດ້ຍົກອອກມາທີ່ກອງປະຊຸມຮ່ວມມືຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ປີ 2017

ກອງປະຊຸມຮ່ວມມືຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ປີ 2017
(ພາບ: TTXVN)
      ໂດຍສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ຈັດຕັ້ງໃນຕອນເຊົ້າວັນທີ 08 ກັນຍາ ຢູ່ນະຄອນໂຮ່ຈິມິນ. ທີ່ກອງປະຊຸມ, ຜູ້ແທນຫຼາຍຄົນຖືວ່າ: ຫວຽດນາມ - ລາວ - ກຳປູເຈຍ ຄວນເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນການນຳຂັ້ນສູງກວ່າອີກ. ການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ບັນດາລາຍການສົມທົບກັນ, ໜູນຊ່ວຍຢູ່ບັນດາເຂດຊາຍແດນ 3 ປະເທດໃນໄລຍະຈະມາເຖິງ ຄວນໄດ້ຮັບການຍູ້ແຮງກວ່າອີກ. ກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືແລກປ່ຽນການຄ້າລະຫວ່າງວິສາຫະກິດໜຸ່ມ 3 ປະເທດ, ມີຫຼາຍຄຳເຫັນໄດ້ຖືວ່າ, ໃນໄລຍະຈະມາເຖິງບັນດາຝ່າຍຄວນມີການເຄື່ອນໄຫວຮ່ວມມືດ້ານເສດຖະກິດດ້ວຍຂະໜາດຕ່າງໆໃຫ້ຫຼາຍກວ່າອີກ. ບໍ່ພຽງແຕ່ເພີ່ມທະວີການລົງທຶນລະຫວ່າງ 3 ປະເທດເທົ່ານັ້ນ, ຫາກຫວຽດນາມ - ລາວ - ກຳປູເຈຍ ຄວນສົມທົບກັນເພື່ອດຶງດູດແຫຼ່ງລົງທຶນຈາກພາກພື້ນ ກໍຄືໃນໂລກອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top