• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່ຽນແປງໃໝ່ ແຫຼ່ງຊັບພະຍາກອນມະນຸດໃນຂະແໜງບັນຊີ ແລະ ກວດສອບໃນໄລຍະເຊື່ອມໂຍງສາກົນ

ຕອນເຊົ້າວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາທີມີຫົວຂໍ້ວ່າ : “ ຂະແໜງບັນຊີຫວຽດນາມ - ອະນາຄົດ ແລະ ແງ່ຫວັງ”

ກອງປະຊຸມສຳມະນາທີມີຫົວຂໍ້ວ່າ : “ ຂະແໜງບັນຊີຫວຽດນາມ - ອະນາຄົດ ແລະ ແງ່ຫວັງ”
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ເນັ້ນໜັກວ່າ : ໃນໄລຍະທີ່ຈະມາເຖິງ, ການເຊື່ອມໂຍງເສດຖະກິດສາກົນທີ່ນັບມື້ນັບເລິກເຊິ່ງ, ຮອບດ້ານນັ້ນ, ປະຊາຄົມເສດຖະກິດອາຊຽນຈະເຄື່ອນໄຫວ ມຸ່ງໄປສູ່ການຫັນເປັນໂລກາພິວັດທາງດ້ານເສດຖະກິດ-ການເງິນ. ມີສັນຍາ, ສົນທິສັນຍາສາກົນ, ຄຳໝັ້ນສັນຍາສາກົນຫຼາຍສະບັບຈະໄດ້ຮັບການລົງນາມ ແລະ ຜັນຂະຫຍາຍ ຊຶ່ງອະນຸຍາດໃຫ້ແຫຼ່ງຊັບພະຍາກອນມະນຸດໃນຂະແໜງບັນຊີ ແລະ ກວດສອບເຄື່ອນຍ້າຍຢ່າງເສລີກ່ວາເກົ່າ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ໃຫ້ຄຳຕັກເຕືອນວ່າ : ຂະແໜງບັນຊີ ແລະ ກວດສອບຄວນປ່ຽນແປງໃໝ່ທາງດ້ານລະບອບລະບຽບການ, ປະກາດໃຊ້ຂໍ້ກຳນົດທາງດ້ານກົດໝາຍ, ປະກາດໃຊ້ບັນດານະໂຍບາຍບັນຊີ ຕະຫຼອດຮອດການປ່ຽນແປງໃໝ່ວິວັດທະນາການບັນຊີ, ກວດສອບ, ກະກຽມແຫຼ່ງຊັບພະຍາກອນມະນຸດໃໝ່ໃຫ້ແກ່ອະນາຄົດ.     
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top