• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມລາຍການຕີລາຄາ, ປະກາດບັນດາວິສາຫະກິດໝັ້ນຄົງເຂັ້ມແຂງຢູ່ຫວຽດນາມ

ຜູ້​ແທນ​ເຂົ້າ​ຮ່ວມພິ​ທີ​ປຸກ​ລະ​ດົມ
       ວັນ​ທີ 18/4, ຢູ່ ຮ່າ​ໂນ້ຍ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ (VCCI) ໄດ້​ສົມ​ທົບ​ກັບ​ສະ​ພາ​ວິ​ສາ​ຫະ​ກິດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຫວຽດ​ນາມ ຈັດ​ຕັ້ງ​​ການ​ປຸກ​ລະ​ດົມ “ລາຍ​ການ​ຕີ​ລາ​ຄາ, ປະ​ກາດ​ບັນ​ດາ​ວິ​ສາ​ຫະ​ກິດ​ໝັ້ນ​ຄົງ​ເຂັ້ມ​ແຂງ​ຢູ່​ຫວຽດ​ນາມ​”. ນີ້​ແມ່ນ​ລາຍ​ການ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້​ນ​ປະ​ຈຳ​ປີ​ເພື່ອ​ແນ​ໃສ່​ເຊີ​ດ​ຊູບັນ​ດາ​ວິ​ສາ​ຫະ​ກິດ​ນຳ​ຫ​ນ້າ ແລະ ບັນ​ລຸ​ບັນ​ດາ​ຜົນ​ງານ​ຈຳ​ນວນ​ຫ​ນຶ່ງ​ໃນ​ຂົງ​ເຂດ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ລາຍ​ການກໍ່​ມຸ້ງ​ໄປ​ເຖິງ​ການ​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່​ຫວຽດ​ນາມ ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ກວ່າ, ວາງ​ອອກ​ແຜນ​ການ ແລະ ປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ວິ​ວັດ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ​ປຸກ​ລະ​ດົມ, ທ່ານ ຫງວຽນ​ກວາງວີງ, ຮອງ​ເລ​ຂາ​ທິ​ການ​ໃຫ​ຍ່ VCCI, ຮອງ​ປະ​ທານ​ທັງ​ເປັນ​ເລ​ຂາ​ທິ​ການ​ໃຫ​ຍ່​ສະ​ພາ​ວິ​ສາ​ຫະ​ກິດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້​ກາຍ​ເປັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຢ່າງ​ຮີບ​ດ່ວນ ແລະ ມີ​ຄວາມ​ຈຳ​ເປັນ​ໃນ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ທົ່ວ​ໂລກ ພ້ອມ​ທັງ​ກໍ່​ແມ່ນ​ສິ່ງ​ທ້າ​ທາຍ​ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ການ​ດຳ​ເນີນ​ທຸ​ລະ​ກິດ​ແບບ​ຍືນ​ຍົງ ຈະ​ຊ່ວຍ​ເພີ່ມ​ກຳ​ລັງ​ແຮງ​ພາຍ​ໃນ, ຍົກ​ສູງ​ບົດ​ບາດ​ທີ່​ຕັ້ງ ແລະ ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ລັດ​ຖະ​ບານ, ລູກ​ຄ້າ, ບັນ​ດາ​ນັກ​ລົງ​ທຶນກໍ່​ຄື​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ອື່ນ. 
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top