• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງ,ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ລາວ

       ວັນ​ທີ 6/1, ຢູ່​ນະ​ຄອນບວນ​ມາ​ທວດ(ແຂວງດັກ​ລັກ), ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ ​ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ ຄັ້ງ​ທີ V ​ຄະ​ນະ​ບໍ​ລິ​ຫານ​​ງານສູນ​ກາງ​ສະ​ມາ​ຄົມ ແລະ ​​ແລກ​ປ່ຽນ​ວຽກ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ​ ປີ 2016, ຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2017. ປີ 2017 ຫວຽດ​ນາມແລະ​ລາວ​ສະ​ເຫຼີມ​ສະຫຼອງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຄົບ​ຮອບ 40 ປີ ( 18/7/1677-18/7/2017) ແລະ 55 ປີ ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ-ລາວ ( 5/9/1962 – 5/9/2017 ). ເພື່ອ​ສະ​ເຫຼີມ​ສະຫຼອງ​ບັນ​ດາ​ເຫດ​ການ​ສຳ​ຄັນ​ຍິ່ງນີ້, ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​​ຕ່າງໆຂອງ​ສອງ​ປະ​ເທດ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ​ທຸກ​ຂັ້ນ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ, ​ມີຫຼາຍ​ຮູບຫຼາຍ​ແບບ, ແທດ​ຈິງ ເພື່ອ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ,​ນ້ຳ​ໃຈ​ສາ​ມັກ​ຄີແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ-ລາວ. ບັນ​ດາ​ການ​ເຄື່ອນ​ໄຫວນີ້​ຈະ​ຈັດ​ຕັ້ງ​​​ໃນ​ຕະຫຼອດປີ 2017. ໃນ​ນັ້ນ, ສຸມ​ໃສ່​ຈຸດ​ສູງ​ສຸດ​ແມ່ນ​ເດືອນ 7-9/2017. ສູນ​ກາງ​ສະ​ມາ​ຄົມ​ມີ​ແຜນ​ການ​ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ, ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ນຸມ​ມິດ​ຕິ່ງ​ລະ​ດັບ​ຊາດ​ຢູ່​ຮ່າ​ໂນ້ຍ ເພື່ອ​ສະ​ເຫຼີມ​ສະຫຼອງ 55 ປີ ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 40 ປີ ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ-ລາວ ​ເຊິ່ງຄາດ​ວ່າ​​ຈະ​ດຳ​ເນີນ​ໃນ ວັນ​ທີ 18/7/2017.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top