ຂ່າວສານ
ປະທານປະເທດຫງວຽນຊວັນຝຸກ: ຍູ້ແຮງການຄົ້ນຄ້ວາພັດທະນາສິລະປະ ແລະ ວັດທະນະທຳການທະຫານຫວຽດນາມ

ກ່າວຄຳເຫັນນະທີ່ນີ້, ປະທານປະເທດຫງວຽນຊວັນຝຸກ ຊີ້ແຈ້ງວ່າ: ຕໍ່ໜ້າສະພາບການໂລກ ແລະ ພາກພື້ນ, ການກະທົບຂອງໂລກລະບາດໂຄວິດ 19 ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4, ທາງວິທະຍາຄານຕ້ອງປ່ຽນແປງໃໝ່, ຍົກສູງຄຸນນະພາບວຽກງານບຳລຸງສ້າງຖັນແຖວພະນັກງານຂັ້ນບັ້ນຮົບ, ຍຸດທະສາດຂອງກອງທັບຢ່າງບໍ່ຢຸດຢັ້ງ, ສ້າງຖັນແຖວພະນັກງານເກັ່ງດ້ານການທະຫານ, ການປ້ອງກັນຊາດ, ມີຄວາມຮູ້ຮອບດ້ານ. ທາງວິທະຍາຄານຕ້ອງຕັ້ງໜ້າຄົ້ນຄ້ວາ, ກຳແໜ້ນສະພາບການ, ຍົກສູງຄວາມສາມາດຄາດຄະເນຍຸດທະສາດ, ເປັນເສນາທິການໃຫ້ອົງຄະນະພັກກນທະຫານສູນກາງ, ກະຊວງປ້ອງກັນປະເທດ ບັນດາບັນຫາໃໝ່ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ ເພື່ອປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ ແລະ ພ້ອມແລ້ວທີ່ຈະຕີເອົາຊະນະສົງຄາມຮຸກຮານທຸກຄັ້ງ; ທ່ານປາດຖະໜາວ່າ ທາງວິທະຍາຄານປ້ອງກັນຊາດ ຈະນັບມື້ເຕີບໃຫ່ຍເຂັ້ມແຂງ, ປະກອບສ່ວນກໍ່ສ້າງກອງທັບ ປຊຊ ຫວຽດນາມ ປະຕິວັດ, ຫ້ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ ແລະ ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ.
(ແຫຼ່ງຄັດຈາກ VOV)