• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະ ກັບນາຍົກລັດຖະມົນຕີລາວ

      ຕອນເຊົ້າວັນທີ 2 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ມີການພົບປະ ກັບທ່ານ ນາຍົກລັດຖະມົນຕີ ສປປ. ລາວ ທອງລຸນ ສີສຸລິດ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນພົບປະ ກັບທ່ານ ນາຍົກລັດຖະມົນຕີ
ສປປ.ລາວ ທອງລຸນ ສີສຸລິດ (ພາບ: TTXVN)
      ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ແລກປ່ຽນບົດຮຽນ ກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງກົນໄກການສົມທົບລະຫວ່າງສະພາແຫ່ງຊາດ ແລະ ລັດຖະບານ ຢ່າງລະອຽດ, ຂັ້ນຕອນການ ສ້າງ ແລະ ປະຕິບັດບັນດາເອກະສານດ້ານນິຕິກຳ, ກ່ຽວກັບວຽກງານແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ແລະ ກົນໄກຕິດຕາມກວດກາຂອງສະພາແຫ່ງຊາດຕໍ່ການເຄື່ອນໄຫວນີ້, ກ່ຽວກັບການພົວພັນລະຫວ່າງສະພາປະຊາຊົນຂັ້ນແຂວງກັບສະພາແຫ່ງຊາດ ແລະ ຂັ້ນຕອນການແຕ່ງຕັ້ງການນຳຂັ້ນແຂວງ, ກ່ຽວກັບກົນໄກຄວບຕຳແໜ່ງໃນຄະນະການນຳທ້ອງຖິ່ນ.
        ທ່ານນາງປະທານສະພາແຫ່ງຊາດ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມື, ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງ, ເອກະສານການຮ່ວມມືເຊິ່ງໄດ້ຮັບການລົງນາມລະຫວ່າງ ສອງປະເທດ, ສອງລັດຖະບານ.
        ສ່ວນທ່ານທອງລຸນ ສີສຸລິດໄດ້ແຈ້ງໃຫ້ຊາບວ່າ ການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງນີ້ບັນລຸໄດ້ຫຼາຍໝາກຜົນທີ່ເປັນໜ້າຮັບຮູ້, ສອງຝ່າຍໄດ້ລົງນາມໃນເອກະສານການຮ່ວມມື 8 ສະບັບ. ຄຽງຄູກັບບັນດາການເຄື່ອນໄຫວພົບປະ, ເຈລະຈາ, ປຶກສາຫາລືກັບບັນດາການນຳຂັ້ນສູງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ລາວ ກໍ່ໄດ້ພົບປະກັບບັນດາວິສາຫະກິດກຸ່ມບໍລິສັດໃຫຍ່ຂອງ ຫວຽດນາມ, ນັບທັງວິສາຫະກິດທີ່ໄດ້ໄປລົງທຶນ ແລະ ຍັງບໍ່ທັນໄປລົງທຶນຢູ່ລາວ, ຮັບຟັງຄຳເຫັນ ແລະ ຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງ ເຂົາເຈົ້າ,ຊອກຫາວິທີການແກ້ໄຂໂດຍໄວ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການລົງທຶນ.
 (ແຫຼ່ງຄັດຈາກ VOV)
 

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top