• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຕ້ອນຮັບຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ຫົວໜ້າອົງການ UNICEF ປະຈຳ ຫວຽດນາມ

ຕອນບ່າຍວັນທີ 15 ສິງຫາ ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra, ຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ທ່ານ Youssouf Abdel-Jelil ຫົວໜ້າອົງການ Unicef ປະຈຳ ຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຜູ້ປະສານງານປະຈຳສະຫະປະຊາຊາດທ່ານ Kamal Malhotra (ພາບ: quochoi.vn)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາສູງການໜູນຊ່ວຍຂອງສະຫະປະຊາຊາດ, ອົງການສະຫະປະຊາຊາດເພື່ອການພັດທະນາຕໍ່ວິວັດການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ, ກໍ່ຄືບົດບາດ, ການປະກອບສ່ວນຂອງ Unicef ປະຈຳ ຫວຽດນາມ ເພື່ອຈຸດໝາຍພັດທະນາແບບຍືນຍົງ ແລະ ປົກປ້ອງສິດປະໂຫຍດຂອງເດັກນ້ອຍຢູ່ ຫວຽດນາມ.

        ແລະກໍ່ໃນການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຜູ້ປະສານງານປະຈຳສະຫະປະຊາຊາດທ່ານ Kamal Malhotra ໄດ້ແລກປ່ຽນກ່ຽວກັບການພົວພັນຮ່ວມມືລະຫວ່າງບັນດາອົງການສຳນັກງານຂອງສະພາແຫ່ງຊາດ ຫວຽດນາມ ກັບບັນດາອົງການສະຫະປະຊາຊາດ; ຫວຽດນາມ ປາດຖະໜາວ່າ ບັນດາອົງການຂອງສະຫະປະຊາຊາດສືບຕໍ່ສົມທົບ, ໜູນຊ່ວຍສະພາແຫ່ງຊາດ ຫວຽດນາມ ໃນຂົງເຂດປົກປ້ອງ, ສົ່ງເສີມ ແລະ ສຶກສາເດັກ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top