• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານລັດຖະສະພາ ເອີລົບ ສະໜັບສະໜູນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ ເອີລົບ ແລະ ຫວຽດນາມ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ບຣຸກແຊນ, ປະເທດ ແບນຊິກ ແລະ Strasbourg, ປະເທດ ຝລັ່ງ, ດ້ວຍຖະນະເປັນທູດພິເສດຂອງທ່ານນາຍົກລັດຖະມົນຕີ, ຕອນບ່າຍວັນທີ 11 ກຸມພາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະກັບທ່ານ David Sassoli ປະທານລັດຖະສະພາ ເອີລົບ.

ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະກັບທ່ານ David Sassoli ປະທານລັດຖະສະພາ ເອີລົບ (ພາບ: TTXVN) 

ທີການພົບປະທ່ານ David Saasoli ຢັ້ງຢືນວ່າຈະສະໜັບສະໜູນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ ເອີລົບ ແລະ ຫວຽດນາມ, ທ່ານເນັ້ນໜັກວ່າ ເອີລົບ ຖື ຫວຽດນາມ ແມ່ນ ຄູ່ຮ່ວມມືສຳຄັນຢູ່ ອາຊີ-ປາຊີຟິກ, ຫວັງວ່າ ຫວຽດນາມຈະສືບຕໍ່ ສະໜັບສະໜູນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນຮ່ວມມືລະຫວ່າງສະຫະພາບ ເອີລົບ ແລະ ສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສຽງໃຕ້. ປະທານລັດຖະສະພາ ເອີລົບ ຢັ້ງຢືນວ່າຈະສະໜັບສະໜູນເລື່ອງ EP ໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA)  ແລະ ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງສະຫະພາບ ເອີລົບ ແລະ ຫວຽດນາມ; ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນປະຕິບັດບັນດາສັນຍາໃຫ້ມີປະສິດທິຜົນ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ວິສາຫະກິດ ແລະ ປະຊາຊົນສອງຝ່າຍ.
(ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

Top