• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີນດ້າຍກວາງ ພົບປະກັບຜູ້ແທນຊາວໜຸ່ມດີເດັ່ນກຸ່ມບັນດາອົງການສູນກາງ

ຕອນເຊົ້າວັນທີ 22 ພຶດສະພາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ມີການພົບປະກັບຜູ້ແທນຊາວໜຸ່ມດີເດັ່ນໃນການປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ 70 ຄົນທີ່ມາຈາກກຸ່ມບັນດາອົງການສູນກາງຢ່າງສະໜິດສະໜົມ.


ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງພົບປະກັບຜູ້ແທນຊາວໜຸ່ມດີເດັ່ນກຸ່ມບັນດາອົງການສູນກາງ

(ພາບ: VOV) 

ທີ່ການພົບປະ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ອົງການຈັດຕັ້ງຊາວໜຸ່ມ ແລະ ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມກຸ່ມບັນດາອົງການສູນກາງ ຈົ່ງເພີ່ມທະວີວຽກງານການສຶກສາດ້ານການເມືອງ, ແນວຄິດ, ເພີ່ມພູນຄູນສ້າງອຸດົມຄະຕິ, ຄວາມໃຝ່ຝັນ,  ຄວາມເຊື່ອໝັ້ນ, ຄວາມມຸ່ງມາດປາດຖະໜາອັນສູງສົ່ງໃຫ້ແກ່ຊາວໜຸ່ມ; ສຸມໃສ່ກໍ່ສ້າງອົງການຊາວໜຸ່ມໃຫ້ມີຄວາມໝັ້ນຄົງເຂັ້ມແຂງ ທັງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ. ພ້ອມທັງຕ້ອງຖືເປັນສຳຄັນການປະຕິບັດຄຸນສົມບັດວຽກຫຼວງຕາມແນວຄິດຂອງປະທານໂຮ່ຈີມິນ, ກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນໜຸ່ມເປັນແບບຢ່າງທີ່ພົ້ນເດັ່ນໃຫ້ໄວໜຸ່ມທົ່ວປະເທດ.

        ທ່ານປະທານປະເທດ ກໍຮຽກຮ້ອງໃຫ້ບັນດາຊາວໜຸ່ມ ທີ່ເປັນກຽດໄດ້ຮັບນາມມະຍົດ “ຊາວໜຸ່ມດີເດັ່ນໃນການປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ປີ 2018” ສືບຕໍ່ສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງຜະທານໂຮ່ຈີມິນ, ມານະພະຍາຍາມສູ້ຊົນ ສ້າງຜົນງານດີເດັ່ນໃຫ້ຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top