ຂ່າວສານ
ປະຊາຊົນນະຄອນ ຮ່າໂນ້ຍ ຈົ່ງອຸ່ນອ່ຽນ, ທຸຸ່ນທ່ຽງ ແລະ ເຊື່່ອໝັ້ນຕໍ່ບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19

ທ່ານ ຫງວຽນດຶກຈູງ, ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ (ພາບ: hanoimoi.com.vn)
ກ່າວຄໍາເຫັນທີ່ກອງປະຊຸມປ້ອງກັນ ແລະສະກັດກັ້ນໂລກລະບາດໂຄວິດ - 19 ຂອງນະຄອນຮ່າໂນ້ຍທີ່ຈັດຂຶ້ນໃນຕອນບ່າຍວັນທີ 27 ມີນາ, ທ່ານຫງວຽນດຶກຈູງ, ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ເນັ້ນໜັກວ່າ ນະຄອນຮ່າໂນ້ຍຕ້ອງເປັນເຈົ້າການໃນການຄົ້ນພົບກໍລະນີຕິດເຊື້ອ ແລະຈັດຕັ້ງການແຍກຕົວໃຫ້ໄດ້ຢ່າງທັນການ; ຮຽກຮ້ອງໃຫ້ບັນດາໜ່ວຍງານຕ່າງໆຈົ່ງຍູ້ໄວວຽກງານເກັບເອົາຕົວຢ່າງມາວິໄຈ; ການນໍາເມືອງ, ຕາແສງຕ່າງໆກຽມພ້ອມປະຕິບັດໜ້າທີ່ເມື່ອມີຄວາມຮຽກຮ້ອງຕ້ອງການ. ພ້ອມທັງສະເໜີໃຫ້ປະຊາຊົນນະຄອນຈົ່ງມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ແລະສືບຕໍ່ເຊື້ອໝັ້ນຕໍ່ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເຊິ່ງລັດຖະບານ ແລະນະຄອນກໍາລັງຜັນຂະຫຍາຍ.
“ໃນສອງອາທິດຈະມາເຖິງຈະແມ່ນຈຸດເວລາຍອດສູງ. ດັ່ງນັ້ນ, ພວກເຮົາຕ້ອງປະຕິບັດຢ່າງຂ້ຽວຂາດກວ່າອີກຈິ່ງສາມາດຕອບສະໜອງໄດ້ວຽກງານປ້ອງກັນ ແລະສະກັດກັ້ນໂລກລະບາດ. ເມື່ອໄດ້ຮັບການສະໜັບສະໜູນ ແລະມີຄວາມເຫັນດີເຫັນພ້ອມຈາກປະຊາຊົນ ແນ່ນອນວ່າພວກເຮົາຈະຫຼຸດຜ່ອນ ແລະສະກັດກັ້ນໄດ້ການແຜ່ລະບາດໃນວົງຄະນະຍາດ”.
(ແຫຼ່ງຄັດຈາກ VOV)