
ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດຕັ້ງບຸນເຕັດປະຊາຄົມຕ້ອນຮັບລະດູບານໃໝ່ປີຊວດ 2020
ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຮັບຊາບກ່ຽວກັບບັນດາຜົນງານເສດຖະກິດ, ການເມືອງ ແລະ ສັງຄົມຂອງ ຫວຽດນາມ ໃນປີ 2019. ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຕີລາຄາສູງຈິດໃຈຄວາມສາມັກຄີ, ອຸ້ນຊູຊ່ວຍເຫຼືອເຊິ່ງກັນແລະກັນກໍ່ຄືຈິດໃຈອວາຍໜ້າເມືອຫາບ້ານເກີດເມືອງນອນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ.

ລາຍການຕ້ອນຮັບລະດູບານໃໝ່ປີຊວດ 2020 ໃຫ້ພໍ່ແມ່ປະຊາຊົນອາໄສຢູ່ ການາດາ (ພາບ: TTXVN)
ແລະກໍ່ໃນວັນທີ 18 ມັງກອນ, ຢູ່ນະຄອນ Toronto, ປະເທດ ການາດາ, ສະຫະສະມາຄົມ ການາດາ - ຫວຽດນາມ (CVS) ຈັດຕັ້ງລາຍການຕ້ອນຮັບລະດູບານໃໝ່ປີຊວດ 2020 ໃຫ້ພໍ່ແມ່ປະຊາຊົນອາໄສຢູ່ ການາດາ.

ແລະກໍ່ໃນຕອນຄ່ຳວັນທີ 18 ມັງກອນ, ຢູ່ນະຄອນ Ufa, ເມືອງເອກຂອງ ສ.Bashkortostan ຂຶ້ນກັບສະຫະພັນ ລັດເຊຍ, ສະມາຄົມຊາວ ຫວຽດນາມ ອາໄສຢູ່ ສ.Bashkortostan ກໍໄດ້ຈັດຕັ້ງລາຍການສະແດງສິລະປະ ແລະ ງານລ້ຽງຕ້ອນຮັບບຸນເຕັດປີຊວດ 2020.
(ແຫຼ່ງຄັດຈາກ VOV)