• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບ້ວງເງິນໜູນຊ່ວຍຟື້ນຟູເສດຖະກິດ ຈະສຸມໃສ່ກຸ່ມຂະແໜງເສົາຄ້ຳຂອງການເຕີບໂຕເສດຖະກິດ

      "ບ້ວງເງິນໜູນຊ່ວຍນີ້ ຕ້ອງໄດ້ສຸມໃສ່ຂະແໜງທີ່ເປັນເສົາຄ້ຳຂອງການເຕີບໂຕເສດຖະກິດ, ເປັນຕົ້ນແມ່ນ ຂົງເຂດສົ່ງອອກ, ປຸງແຕ່ງ, ປະດິດແຕ່ງ, ເພື່ອບໍ່ພຽງແຕ່ຮັກສາທ່ວງທ່າຟື້ນຟູຂອງປີ 2021 ເທົ່ານັ້ນ ຫາກຍັງຍາດແຍ່ງໂອກາດຈາກຕະຫຼາດໂລກເປີດປະຕູໃນປີ 2022 ນີ້ ເພື່ອເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງກວ່າ..."
(ພາບປະກອບ: dangcongsan.vn)
      ເວທີປາໄສເສດຖະກິດ - ການເງິນແບບທາງໄກ ດ້ວຍຫົວຂໍ້: ພັດທະນາແບບຍືນຍົງ, ປັບຕົວໃຫ້ເຂົ້າກັບອະນາຄົດ ໂດຍ Thoi bao Tai Chinh Viet Nam (ໜັງສືພິມການເງິນ ຫວຽດນາມ) ຈັດຂຶ້ນໃນຕອນບ່າຍວັນທີ 19 ມັງກອນ. ທີ່ເວທີປາໄສ, ນັກຊ່ຽວຊານດ້ານການເງິນ - ການທະນາຄານ, ປອ. ຫວູດິ່ງແອັງ ຕີລາຄາສູງຕໍ່ເລື່ອງ ຫວ່າງມໍ່ໆມານີ້, ຂະແໜງການເງິນໄດ້ມີການກະທຳທີ່ຕັ້ງໜ້າ ພ້ອມກັບຄຳສັ່ງດັດປັບໃນຕະຫຼາດການເງິນ, ຕະຫຼາດຫຼັກຊັບ, ພັນທະບັດວິສາຫະກິດ… ແຕ່ວຽກງານຕິດຕາມກວດການີ້ ຕ້ອງຍູ້ແຮງກວ່າອີກ.
        ໄປຄຽງຄູ່ກັບຂໍ້ສະເໜີແນະສືບຕໍ່ປ້ອງກັນ, ຕ້ານໂລກລະບາດໃຫ້ເປັນຢ່າງດີ, ສ້າງເສດຖະກິດມະຫາພາກເປັນປົກກະຕິແລ້ວ, ທ່ານສາດສະດາຈານ. ປອ. ຮວ່າງວັນເກື່ອງ, ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໃຫ້ຂໍ້ສັງເກດວ່າ:
        ຂ້າພະເຈົ້າຖືວ່າ ບ້ວງເງິນໜູນຊ່ວຍນີ້ ຕ້ອງໄດ້ສຸມໃສ່ຂະແໜງທີ່ເປັນເສົາຄ້ຳຂອງການເຕີບໂຕເສດຖະກິດ, ເປັນຕົ້ນແມ່ນ ຂົງເຂດສົ່ງອອກ, ປຸງແຕ່ງ, ປະດິດແຕ່ງ, ເພື່ອບໍ່ພຽງແຕ່ຮັກສາທ່ວງທ່າຟື້ນຟູຂອງປີ 2021 ເທົ່ານັ້ນ ຫາກຍັງຍາດແຍ່ງໂອກາດຈາກຕະຫຼາດໂລກເປີດປະຕູໃນປີ 2022 ນີ້ ເພື່ອເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງກວ່າ. ທີສອງ ອາດຈະແມ່ນ ຂໍກຸນແຈ ແລະ ສິ່ງທ້າທາຍ, ນັ້ນແມ່ນຕ້ອງມີຂັ້ນຕອນເປີດປະຕູເສດຖະກິດຢ່າງແຮງ, ປອດໄພ ແລະ ສະເໝີຕົ້ນສະເໝີປາຍ. ຖ້າບໍ່ເປີດປະຕູໃຫ້ແລກປ່ຽນເສດຖະກິດຄືນໃໝ່ນັ້ນ,  ຫວຽດນາມ ບໍ່ສາມາດຟື້ນຟູການຄ້າ, ການບໍລິການ ໂດຍສະເພາະແມ່ນການທ່ອງທ່ຽວໄດ້”.
(ແຫຼ່ງຄັດຈາກ VOV)


ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top