• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ທ້ອ​ງ​ຖິ່ນ​ຕ້ອງ​ຜັນ​ຂະ​ຫຍາຍ​ລະ​ບົບ​ ໂທ​ລະ​ສັບ​ສາຍ​ດ່ວນຢ່າງ​ທັນ​ການ, ບັນ​ດາ​ກຸ່ມ​ການ​ແພດ​ສາ​ທາ​ລະ​ນະ​ໄປ​ຍັງ​ເຂດ​ຊຸມ​ຊົນ​

“ບັນດາທ້ອງຖິ່ນຕ້ອງຜັນຂະຫຍາຍລະບົບ ໂທລະສັບສາຍດ່ວນຢ່າງທັນການ, ບັນດາກຸ່ມການແພດສາທາລະນະໄປຍັງເຂດຊຸມຊົນເພື່ອຮັບ, ຕິດຕາມກວດກາ, ໜູນຊ່ວຍການແພດຢູ່ກັບທີ່ ໃຫ້ແກ່ປະຊາຊົນໝົດທຸກຄົນ ທີ່ມີອາການສົງໄສຕິດເຊື້ອພະຍາດໂຄວິດ - 19 ແລະ ບັນດາບັນຫາກ່ຽວກັບສຸຂະພາບ”. 
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານກອງປະຊຸມ

ນີ້ແມ່ນການເນັ້ນໜັກຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຢູ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 13 ສິງຫາ.

ທ່ານເນັ້ນໜັກວ່າ ປະສົບການຫຼາຍທີ່ສຸດ ຢູ່ບັນດາທ້ອງຖິ່ນສະແດງໃຫ້ເຫັນວ່າ ຕ້ອງປົກປ້ອງຢ່າງໝັ້ນແກ່ນເຂດບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19, ເຂດປອດໄພ, ພ້ອມທັງລ໋ອກດາວ, ຮັດແຄບເຂດທີ່ຄວາມສ່ຽງສູງ ແລະ ສູງທີ່ສຸດ, ໃນການປະຕິບັດການແຍກຫ່າງໃນສັງຄົມ ຕາມຄຳສັ່ງເລກທີ 16, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຕ້ອງເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງມະຫາຊົນ, ໜ່ວຍໂຄວິດ - 19 ໃນຊຸມຊົນ, ປະຊາຊົນໝົດທຸກຄົນ .

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top