• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດ ອາຊຽນ ບໍລິຈາກເງິນສະໜັບສະໜູນຜູ້ທຸກຍາກຢູ່ ອາກຊັງຕິນ

      ທີ່ພິທີ, ACBA ໄດ້ມອບໃຫ້ຜູ້ຕາງໜ້າອຳນາດການປົກຄອງແຂວງ Buenos Aires ເຄື່ອງບັນເທົາທຸກລວມມີບັນດາເຄື່ອງຂອງທີ່ຈຳເປັນ ແລະ ໂສ້ງເສື້ອໃຫ້ແກ່ເດັກນ້ອຍ.
ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນຕັ້ງໜ້າເຂົ້າຮ່ວມການສະໜັບສະໜູນໃຫ້ແກ່ປະຊາຊົນທຸກຍາກ ຢູ່ ອາກຊັງຕິນ (ພາບ: TTXVN)
      ວັນທີ 5 ກໍລະກົດ, ຢູ່ສຳນັກງານສະຖານທູດ ຫວຽດນາມ, ຄະນະກຳມະການບັນດາປະເທດ ອາຊຽນ ປະຈຳ ອາກຊັງຕິນ (ACBA) ລວມມີ: ຫວຽດນາມ, ໄທ, ມາເລເຊຍ, ອິນໂດເນເຊຍ ແລະ ຟີລິບປິນ ໄດ້ຈັດຕັ້ງພິທີມອບຮັບເຄື່ອງບັນເທົາທຸກຊ່ວຍເຫຼືອຜູ້ທຸກຍາກ ຢູ່ແຂວງ Buenos Aires ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ທີ່ພິທີ, ACBA ໄດ້ມອບໃຫ້ຜູ້ຕາງໜ້າອຳນາດການປົກຄອງແຂວງ Buenos Aires ເຄື່ອງບັນເທົາທຸກລວມມີບັນດາເຄື່ອງຂອງທີ່ຈຳເປັນ ແລະ ໂສ້ງເສື້ອໃຫ້ແກ່ເດັກນ້ອຍ. ໂຄງການເພື່ອການກຸສົນແຫ່ງຄວາມໝາຍນີ້ນອນໃນຂອບເຂດບັນດາການເຄື່ອນໄຫວຂອງ ACBA ໃນ 6 ເດືອນຕົ້ນປີ 2021. ທ່ານ ເຢືອງກວກແທັງ ເອກອັກຄະລັດຖະທູດ ຫວຽດນາມປະຈຳອາກຊັງຕິນ ຢັ້ງຢືນວ່າ ນີ້ແມ່ນຂໍ້ລິເລີ່ມມະນຸດສະທຳເພື່ອແນໃສ່ເສີມຂະຫຍາຍຈິດໃຈສາມັກຄີ ແລະ ມິດຕະພາບລະຫວ່າງ ອາຊຽນ ກັບປະຊາຊົນປະເທດປະຈຳຖິ່ນ, ພິເສດແມ່ນໃນສະພາບການໂລກລະບາດໂຄວິດ - 19 ພວມກໍ່ຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນທຸກຍາກຢູ່ປະເທດ ອາກຊັງຕິນ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top