• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນຜັນຂະຫຍາຍການນຳມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດຕົວຈິງໂດຍໄວ

      ທ່ານນາງ ຈ້ຽວທິທູເຟືອງ, ຫົວໜ້າຄະນະຊົນເຜົ່າແຂວງບັກກ້ານຕີລາຄາວ່າ, ບັນດາເນື້ອໃນທີ່ໄດ້ຮັບການປຶກສາຫາລືທ ແລະ ຮັບຮອງເອົາຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແມ່ນປະຖົມປັດໄຈ, ແມ່ນບ້າວກ້າວສຳຄັນເພື່ອໃຫ້ບັນດານະໂຍບາຍພັດທະນາຊົນເຜົ່າເຂດພູດອຍບັນລຸປະສິດທິຜົນສູງກ່ວາ. 
ທ່ານ ຫວູດ້າຍທັ໊ງ, ເລຂາຄະນະພັກແຂວງ ແຂວງກ໋ວາງບິ່ງ (ພາບ: baoquangbinh.vn)
      ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ແຂວງກ໋ວາງບິ່ງ ໄດ້ຈັດ ກອງປະຊຸມເພື່ອປະກາດຂ່າວ ກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່. ນະທີ່ນີ້, ທ່ານ ຫວູດ້າຍທັ໊ງ, ເລຂາຄະນະພັກແຂວງ ແຂວງກ໋ວາງບິ່ງ ໄດ້ຮຽກຮ້ອງໃຫ້ອົງຄະນະພັກໃນແຂວງ ສ້າງລາຍການ, ວາງແຜນກະທຳເພື່ອນຳມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດຕົວຈິງໂດຍໄວ. ທ່ານກ່າວວ່າ:
        ກ່ອນອື່ນໝົດແມ່ນຕ້ອງຈັດຕັ້ງວຽກງານໂຄສະນາ, ເຊື່ອມຊຶມຈິດໃຈ, ມະຕິຂອງກອງປະຊຸມໃຫຍ່ໄປຍັງອົງຄະນະພັກທຸກຂັ້ນ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໝົດທຸກຄົນ. ສ້າງບັນດາແຜນການ, ລາຍການໂດຍໄວ ເພື່ອຫັນບັນດາເນື້ອໃນ, ເປົ້າໝາຍ, ທິດທາງ, ໜ້າທີ່ຈຸດສຸມຂອງກອງປະຊຸມໃຫຍ່ເປັນລະອຽດ ເພື່ອຈັດຕັ້ງບັນດາແຜນການ, ບັນດາລາຍການກະທຳຢ່າງລະອຽດ ແລະ ເປັນພຶດຕິກຳຕົວຈິງ. ນຳມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດຕົວຈິງໂດຍໄວ.
            ທ່ານນາງ ຈ້ຽວທິທູເຟືອງ, ຫົວໜ້າຄະນະຊົນເຜົ່າແຂວງບັກກ້ານຕີລາຄາວ່າ, ບັນດາເນື້ອໃນທີ່ໄດ້ຮັບການປຶກສາຫາລືທ ແລະ ຮັບຮອງເອົາຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແມ່ນປະຖົມປັດໄຈ, ແມ່ນບ້າວກ້າວສຳຄັນເພື່ອໃຫ້ບັນດານະໂຍບາຍພັດທະນາຊົນເຜົ່າເຂດພູດອຍບັນລຸປະສິດທິຜົນສູງກ່ວາ. ທ່ານນາງກ່າວວ່າ:
        ບົນພື້ນຖານມະຕິຂອງກອງປະຊຸມໃຫຍ່, ບັກການຈະເປັນເສນາທິການຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບການອະນຸມັດ ແຜນການພັດທະນາເສດຖະກິດ - ສັງຄົມສັງລວມເຂດພໍ່ແມ່ປະຊາຊົນ ຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030 ໃຫ້ເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top