• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດກາງ ແລະ ນ້ອຍ APEC ຄັ້ງທີ 24

      ຕອນເຊົ້າວັນທີ 15 ກັນຍາ, ທີ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດກາງ ແລະ ນ້ອຍ APEC ຄັ້ງທີ 24

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ
      ໂດຍກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າພາບຈັດຕັ້ງ. ກອງປະຊຸມມີການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຫົວໜ້າຄະນະຂອງບັນດາປະເທດສະມາຊິກ APEC ເປັນຈຳນວນຫລວງຫລາຍ. ນີ້ແມ່ນເຫດການໃນຂອບເຂດສັບປະດາກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດກາງ ແລະ ນ້ອຍ APEC 2017 ທີ່ດຳ ເນີນແຕ່ວັນທີ 10 – 15 ກັນຍາ ຢູ່ນະຄອນ ໂຮ່ຈີມິນ ດ້ວຍຫົວຂໍ້ວ່າ “ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ປະດິດຄິດສ້າງຂອງວິສາຫະກິດນ້ອຍສຸດ, ນ້ອຍ ແລະ ກາງ ໃນສັກກະລາດຫັນເປັນໂລກາພິວັດ”.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:
        “ຈາກພຶດຕິກຳຕົວຈິງຢູ່ ຫວຽດນາມ, ພວກຂ້າພະເຈົ້າປາດຖະໜາຢາກໄດ້ຮັບການຮ່ວມມືຂອງ APEC ກ່ຽວກັບການເພີ່ມທະວີກຳລັງຄວາມສາມາດລະບົບພາສີອາກອນ ເພື່ອແນໃສ່ສົ່ງເສີມການຜະລິດດຳເນີນທຸລະກິດ, ແກ່ງແຍ້ງ ຢ່າງປອດໃສ, ຍຸຕິທຳ, ພ້ອມທັງສະກັດກັ້ນໄພເໜັງຕີງລາຄາ, ຫລີກລ້ຽງການເກັບພາສີ…ຂອງບາງນັກລົງທຶນຕ່າງປະເທດ. ຂ້າພະເຈົ້າກໍ່ສະເໜີບັນດານັກຊ່ຽວຊານຂັ້ນສູງ (SOM) ຄົ້ນຄວ້າເລື່ອງສ້າງຕັ້ງກອງທຶນໜູນຊ່ວຍ, ສົ່ງເສີມບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເພີ່ມທະວີການຮ່ວມມືກັບບັນດາກຸ່ມບໍລິສັດນາໆຊາດ, ເຂົ້າຮ່ວມລະບົບຄຸນຄ່າທົ່ວໂລກ.
        ທ່ານນາຍົກລັດຖະມົນຕີກໍ່ສະເໜີບັນດາສະມາຊິກ APEC ສົມທົບກັນປະຕິບັດບັນດາມາດຕະການ ເພື່ອອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດສຳພັດກັບຕະຫລາດ, ເຂົ້າຮ່ວມໃນບັນດາລະບົບມຸນຄ່າທົ່ວໂລກຢ່າງເລິກເຊິ່ງກ່ວາ, ຫັນສະພາບແວດລ້ອມແຫ່ງການດຳເນີນທຸລະກິດເປັນສະດວກ ໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ນ້ອຍສຸດ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top