• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ເຮັດວຽກກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີ໋ມີນ


ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ເຮັດວຽກ
ກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີ໋ມີນ
(ພາບ: doanthanhnien.vn)


      ຕອນ​ບ່າຍ​ວັນ​ທີ 15/12, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟູ໋ກ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ ຂອງ ລັດ​ຖະ​ບານ ກັບ ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ຄະ​ນະຊາວ​ໜຸ່ມກອມ​ມູນິດ​ໂຮ່​ຈີ໋​ມີນ. ສະຫຼຸບ​ການ​ເຮັດ​ວຽກ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟູ໋ກ ຕີ​ລາ​ຄາ​ສູງ ແລະ ຍ້ອງຍໍສັນລະເສີນກຳ​ລັງ​ຊາວ​ໜຸ່ມ ໄດ້​​ມາ​ນະ​ພະ​ຍາ​ຍາມປະ​ກອບ​ສ່ວນ​ເຂົ້າ​ບັນ​ດາ​​ຜົນ​ງານ​ໃນ​ການພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຜ່ານ​ມາ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຈາະຈີ້ມ​ໜ້າ​ທີ່​ຈຸດ​ສຸມ​ໃຫ້ຄະ​ນະຊາວ​ໜຸ່ມກອມ​ມຸ​ນິດ​ໂຮ່​ຈີ໋​ມີນ, ນັ້ນ​ແມ່ນ ລັດ​ຖະ​ບານ ແລະ ຄະ​ນະຊາວ​ໜຸ່ມກອມ​ມຸ​ນິດ​ໂຮ່​ຈີ໋​ມີນ ຕ້ອງສ້າງ​ເງື່ອນ​ໄຂ​ ແລະ ສະ​ພາບແວດ​ລ້ອມ​ທີ່​ສະ​ດວກ ​ຊ່ວຍຊາວ​ໜຸ່ມ​ດຳ​ເນີນ​ອາ​ຊີບ. ພ້ອມ​ກັນ​ນັ້ນ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ ສູນ​ກາງ​ຄະ​ນະ​​ຊາວ​ໜູ່ມ ​ປະ​ຕິ​ບັດ​ວຽກ​ງານ​ສຶກ​ສາ​​ອົບ​ຮົມລຸ້ນ​ໜຸ່ມ​ຕິດ​ພັນ​ກັບ​ສ້າງ​ແບບ​ຢ່າງ​ຊາວ​ໜຸ່ມ​ໃນ​ຍຸກ​ສະ​ໄໝ​ໃໝ່​​ເປັນຢ່າງ​ດີ, ໃນ​ນັ້ນ​ລວມ​ມີ​​ທັງຄຸນ​ນະ​ທາດ,​ກຳ​ລັງຄວາມ​ສາ​ມາດ, ຕອບ​ສະ​ໜອງ​​ຄວາມຮຽກ​ຮ້ອງຕ້ອງ​ການ​ໃນ​ການ​ສ້າງສາ​ ແລະ ປົກປັກຮັກ​ສາ​ປະ​ເທດ​ຊາດ. ຄຽງ​ຂ້າງນັ້ນ, ສົ່ງ​ເສີມ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ການພັດ​ທະ​ນາ​​ເສດ​ຖະ​ກິດ - ສັງ​ຄົມ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຄວາມ​ປອດໄພ​ໃນ​ສັງ​ຄົມ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍັງ​ໃຫ້​ການຊີ້​​ນຳແກ່​ການ​ນຳ, ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ທ້ອງ​ຖີ່ນ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຕ້ອງ​ການ, ຜົນ​ປະ​ໂຫຍດ​ຂອງ​ຊາວ​ໜຸ່ມກວ່າ​ອີກ. ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກໍ່​ຕ້ອງ​ເປັນ​ເຈົ້າ​ການສະ​ເໜີ​ຂໍ້​ສະ​ເໜີ​ແນະ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ກ່ຽວ​ກັບ​ການປະ​ຕິ​ບັດ​ກົນ​ໄກ​ສົມ​ທົບ​, ເປັນ​ຕົ້ນ​ແມ່ນ​ຂັ້ນ​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ​ແມ່ນຍູ້​ແຮງ​ຄວາມຄືບ​ໜ້າ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ ປີ 2005; ຄົນ​ຄ້​ວາ​ປະ​ກາດ​ໃຊ້​ກົນ​ໄກ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຊາວ​ໜຸ່ມໃຫ້ເໝາະ​ສົມ​ກັບ​ສະ​ພາ​ບ​ການ​ໃໝ່.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top