
ທ່ານ ຫງວຽນຊວນຟຸກ ທ່ານ Antonio Guterres
(ພາບ:VOV)
ໃນການພົບປະກັບ ທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນບັນດາວຽກງານລວມຂອງ ສະຫະປະຊາຊາດ ຢ່າງຕັ້ງໜ້າ. ຫວຽດນາມ ປາດຖະໜາຢາກ ສືບຕໍ່ສົມທົບກັບບັນດາປະເທດ ຊຸກຍູ້ໃຫ້ ສະຫະປະຊາຊາດ ມີບົດບາດໃຈກາງ, ພິເສດແມ່ນໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ຊຸກຍູ້ຮ່ວມມືພັດທະນາແບບຍືນຍົງ.
ທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໃຫ້ຮູ້ວ່າ ບັນດາຄະນະກຳມະການດ້ານເສດຖະກິດ ຂອງ ສະຫະປະຊາຊາດ ຈະລະດົມແຫ່ງກຳລັງຢ່າງສຸດຂີດເພື່ອສົມທົບກັນ, ໜູນຊ່ວຍໃຫ້ຫວຽດນາມ ປະຕິບັດສຳເລັດ ແຜນການຍຸດທະສາດຮ່ວມກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະປະຊາຊາດ ໃນໄລຍະ 2017 – 2021, ຜ່ານນັ້ນປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.ສອງຝ່າຍເຫັນດີເປັນເອກະພາບສະໜັບສະໜູນ, ຊຸກຍູ້ການແກ້ໄຂບັນດາການຂັດແຍ້ງທີ່ບົນທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍ ສາກົນ, ໃນນັ້ນມີ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບ ກົດໝາຍວ່າດ້ວຍທະເລ 1982; ປາຖະໜາວ່າ ອາຊຽນ ແລະ ຈີນ ຈະສ້າງກົດແຫ່ງການປະພຶດຂອງຝ່າຍຕ່າງໆທະເລຕາເວັນອອກ(COC) ສຳເລັດໂດຍໄວ
ທີ່ການພົບປະລະຫວ່າງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ແລະ ທ່ານ ປະທານສະພາ ເອີລົບ Donald Tusk, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອແນໃສ່ນຳສາຍພົວພັນກ້າວເຂົ້າສູ່ລວງເລິກ, ເປັນຕົ້ນແມ່ນໃນການສືບຕໍ່ຊຸກຍູ້ການຮ່ວມມືແໜ້ນແຟ້ນໃນຂອບເຂດການຮ່ວມມື ເວທິປາໄສ ອາຊີ - ເອີລົບ (ASEM) ແລະ ອາຊຽນ - ອີຢູ.
ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ສະເໜີ ສະພາເອີລົບ ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ; ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ການຮັບມືກັບປ່ຽນແປງຂອງດິນຟ້າອາກາດ.
(ແຫຼ່ງຄັດຈາກ VOV)