• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ປາດຖະໜາຢາກມີວິສາຫະກິດການາດາຫຼາຍແຫ່ງມາລົງທຶນຢູ່ ຫວຽດນາມ

ທ່ານ ນາຍົກລັດຖະມົນຕີ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ວົງເງິນການຄ້າສອງຝ່າຍເພີ່ມຂື້ນຢ່າງໜ້ອຍສຸດແມ່ນ 10-15%

ທ່ານນາງ Kathleen Wynne ແລະ ທ່ານ ຫງວຽນຊວນຟຸກ 
      ທີ່ການຕ້ອນຮັບ ທ່ານນາງ Kathleen Wynne, ຜູ້ວ່າການລັດ Ontario ປະເທດ ການາດາ, ໃນຕອນບ່າຍວັນທີ 6 ທັນວາ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າການຢ້ຽມຢາມ ຫວຽດນາມ ຂອງຜູ້ວ່າການລັດ Ontario ແມ່ນປະກົດການທີ່ມີຊີວິດຊີວາໃຫ້ສາຍພົວພັນລະຫວ່າງ ຫວຽດນາມ ແລະ ການາດາ.
        ທ່ານ ນາຍົກລັດຖະມົນຕີ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ວົງເງິນການຄ້າສອງຝ່າຍເພີ່ມຂື້ນຢ່າງໜ້ອຍສຸດແມ່ນ 10-15%; ພ້ອມທັງ ຫວັງວ່າຈະມີວິສາຫະກິດ ການາດາຫຼາຍແຫ່ງ, ໃນນັ້ນມີບັນດາວິສາຫະກິດ ລັດ Ontario, ມາລົງທຶນ ຢູ່ ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີ ວິສາຫະກິດ ການາດາ ມາລົງທຶນ ຢູ່ ຫວຽດນາມ.
        ສ່ວນທ່ານນາງ Kathleen Wynne ຜູ້ວ່າການລັດ Ontario ໃຫ້ຮູ້ວ່າລັດ Ontario ແມ່ນລັດທຳອິດ ທີ່ຜັນຂະຫຍາຍ ຂໍ້ຕົກລົງຮ່ວມມືລະຫວ່າງ ຫວຽດນາມ ແລະ ການາດາ ພາຍຫຼັງການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ ນາຍົກລັດຖະມົນຕີ Justin Trudeau ໃນເດືອນ ພະຈິກ ຜ່ານມາ.
        ມີປະມານ 50 ວິສາຫະກິດ ຂອງລັດ Ontario ມາຫຽດນາມໃນຄັ້ງນີ້ເພື່ອຊອກຮູ້ກາລະໂອກາດຮ່ວມມືແລກປ່ຽນຄ້າຂາຍ, ໃນນັ້ນມີບັນດາວິສາຫະກິດສັງກັດບັນດາຂົງເຂດຄື ພື້ນຖານໂຄງລ່າງ, ການສຶກສາ, ອຸດສາຫະກຳສະອາດ, ສາທາລະນະສຸກ… ນອກຈາກນັ້ນ, ມີຫຼາຍອົງການຈັດຕັ້ງບໍ່ຫວັງຜົນກຳໄລກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການຮັບມືກັບບັນດາສິ່ງທ້າທາຍຂອງການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top