• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາວຽກງານກຽມພ້ອມສູ້ຮົບຂອງຕຳຫລວດແຂວງ ດັກນົງ

ສືບຕໍ່ປາບປາມອາດຊະຍາກຳຕັດໄມ້, ບຽດຢຶດດິນປ່າຢ່າງຜິດກົດໝາຍ, ອາດຊະຍາກຳຂ້າມຊາຍແດນ.
 


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບຕຳຫລວດແຂວງ ດັກນົງ

ຕອນເຊົ້າວັນທີ 14 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ປຸກລະດົມກຳລັງໃຈ ແລະ ກວດກາວຽກງານກຽມພ້ອມສູ້ຮົບຂອງຕຳຫລວດແຂວງ ດັກນົງ, ກົມກອງຫຼັກແຫຼ່ງທີ່ປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສັງຄົມໃນບໍລິເວນແຂວງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳຕຳຫລວດແຂວງວ່າ ຍາມໃດກໍ່ຖືເລື່ອງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມແມ່ນໜ້າທີ່ການເມືອງແຖວໜ້າ, ເປັນຕົ້ນແມ່ນຢູ່ເຂດໄຕງວຽນເວົ້າລວມ ແລະ ແຂວງ ດັກນົງ ເວົ້າສະເພາະ; ສືບຕໍ່ປາບປາມອາດຊະຍາກຳຕັດໄມ້, ບຽດຢຶດດິນປ່າຢ່າງຜິດກົດໝາຍ, ອາດຊະຍາກຳຂ້າມຊາຍແດນ.

        ຕອນບ່າຍວັນທີ 14 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ດັກນົງ ແລະ ຕອນຄ່ຳວັນດຽວກັນຈະເຂົ້າຮ່ວມງານບຸນວັດທະນະທຳແຜ່ນແພພື້ນເມືອງ ຫວຽດນາມ ຢູ່ ດັກນົງ.

 (ແຫຼ່ງຄັດຈາກ VOV)

ພາ​ຍຸ Kalmaegi ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່ແຂວງ ຢາ​ລາຍ ແລະ ດັກ​ລັກ

ພາ​ຍຸ Kalmaegi ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່ແຂວງ ຢາ​ລາຍ ແລະ ດັກ​ລັກ

ໃນເວລາເຄື່ອນເຂົ້າມາເຂດແຕ່ແຂວງ ກວ໋າງຫງາຍ ໄປຮອດ ຢາລາຍ ຂອງ ຫວຽດນາມ ໃນຕ່ອນບ່າຍວັນທີ 6 ພະຈິກ, ພາຍຸ Kalmaegi ໄດ້ເຮັດໃຫ້ມີຝົນຕົກໜັກ ແລະ ກໍ່ຜົນເສຍຫາຍຫຼາຍຕໍ່ກັບພື້ນຖານໂຄງລ່າງ.

Top