ຂ່າວສານ
ນາຍົກລັດຖະມົນຕີ ຫງວຽນຊວນຝຸກ: ຫໍພິພິຕະພັນ ວິຈິດສິນ ຫວຽດນາມ ມານະພະຍາຍາມກວ່າອີກ ໃນການຮັກສາ, ເກັບກຳວັດຖຸພັນ

ທ່ານນາຍົກລັດຖະມັນຕີ ຫວຽດນາມ ຫງວຽນຊວນຝຸກ ຢ້ຽມຊົມຫໍພິພິຕະພັນ ວິຈິດສິນ ຫວຽດນາມ
ໂອ້ລົມກັບການນຳ, ພະນັກງານ ແລະ ພະລາກອນ ຫໍພິພິຕະພັນ ວິຈິດສິນ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຍ້ອງຍໍ ແລະ ຕີລາຄາສູງຕໍ່ວຽກງານອະນຸລັກ, ຮັກສາ ແລະ ແນະນຳຕໍ່ມວນຊົນກ່ຽວກັບບັນດາ ສິ່ງລ້ຳຄ່າແຫ່ງຊາດ, ຜົນງານວິຈິດຕະກຳ, ວັດຖຸພັນມີຄ່າ, ຂອງພື້ນຖານວິຈິດສິນ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຕັກເຕືອນພະນັກງານ ພະລາກອນ ຫໍພິພິຕະພັນ ວິຈິດສິນ ມານະພະຍາຍາມຫຼາຍກວ່າອີກ ໃນການເຮັດວຽກງານວິຊາສະເພາະ, ໂດຍສະເພາະແມ່ນ ການປົກປັກຮັກສາ, ເກັບກຳ, ເພີ່ມທະວີການຮ່ວມມື, ແລກປ່ຽນ, ປະກອບສ່ວນສຳຄັນໃນການໂຄສະນາ, ເຜີຍແຜ່ກ່ຽວກັບວຽກງານວິຈິດສິນເວົ້າສະເພາະ ແລະ ສິລະປະຂອງ ຫວຽດນາມ ເວົ້າລວມ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກໍ່ໄດ້ຢ້ຽມຊົມງານວາງສະແດງພາບສີນ້ຳມັນ ຂອງ ນັກຈິດຕະກອນຊື່ດັງທັງຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນໜຶ່ງ ໂດຍຫໍພິພິຕະພັນ ວິຈິດສິນ ຫວຽດນາມ ຈັດຂຶ້ນ.
(ແຫຼ່ງຄັດຈາກ VOV)