• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ສິງກະໂປ ແລະ ພັນລະຍາສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ


(ພາບປະກອບ)

​       ຕອນ​ບ່າຍວັນ​ທີ 24/03 ທ່ານ​ນາຍົກ​ລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ ​ແລະ ພັນ​ລະ​ຍາ ​​ໄດ້ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມອັນ​ດີງາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 21 – 24/03/2017 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ.
        ກ່ອນ​ໜ້າ​ນັ້ນ ຕອນ​ເຊົ້າ​ວັນ​ທີ 24/03, ທ່ານ ຫງວຽນ​ດຶກ​ຈູງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄດ້​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ. ທີ່​ການ​ພົບ​ປະ ທ່ານ ຫງວຽນ​ດຶກ​ຈູງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຮ່າ​ໂນ້ຍ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ສິງກະ​ໂປ ​ໃນ​ບັນດາ​ຂົງ​ເຂດ​ຄື: ວາງ​ແຜນຜັງ ​ແລະ ຄຸ້ມ​ຄອງ​ຕົວ​ເມືອງ, ພັດທະນາ​ຕົ້ນ​ໄມ້​ຂຽວ, ສ້າງ​ນະຄອນ​ທັນ​ສະ​ໄໝ, ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ.
        ສ່ວນ​ທ່ານ​ນາຍົກລັດຖະມົນຕີ ສິງກະ​​ໂປ ຫຼີຊຽນຫຼົງ ສະ​ເໜີ​ອຳນາດ​ການ​ປົກຄອງ​ນະຄອນ ຮ່າ​ໂນ້ຍ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່ວາອີກ ​ເພື່ອ​​ໃຫ້ນັບ​ມື້​ນັບ​ມີ​ນັກ​ລົງທຶນ​ຂອງ ສິງກະ​​ໂປ ມາ​ລົງທຶນ​ຢູ່ ຫວຽດນາມ ຫລາຍ​ກ່ວາ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top