• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງບັນດາເຂດເສດຖະກິດພິເສດ

      ຕອນເຊົ້າວັນທີ 18 ເມສາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງບັນດາຫົວໜ່ວຍບໍລິຫານ - ເສດຖະກິດພິເສດ ຫຼືເອີ້ນວ່າ ເຂດເສດຖະກິດພິເສດ ໄດ້ໂຮມປະຊຸມຄັ້ງທຳອິດພາຍຫລັງໄດ້ຮັບການສ້າງຕັ້ງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີເມື່ອເດືອນ ມັງກອນ ປີ 2018.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເປັນປະທານກອງປະຊຸມ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເປັນປະທານກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບບັນດາເນື້ອໃນ ຊຶ່ງຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດມີຄວາມສົນໃຈທີ່ສຸດ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງບັນດາທ້ອງຖິ່ນລາຍງານກ່ຽວກັບສະພາບການສ້າງແຜນຮ່າງ, ເປັນຕົ້ນ ແມ່ນສະພາບການຊື້-ຂາຍ, ບຽດຢຶດທີ່ດິນ ແລະ ການກໍ່ສ້າງຢ່າງຜິດກົດໝາຍ.
        ບັນດາຜູ້ແທນກໍ່ປຶກສາຫາລືກ່ຽວກັບເນື້ອໃນສຳຄັນແມ່ນກົນໄກນະໂຍບາຍບຸລິມະ ສິດ, ສະດວກໃຫ້ບັນດາເຂດເສດຖະກິດພິເສດ ເວີນດົນ, ບັກເວີນຟອງ, ຟູ໋ກວກ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລ້ວນແຕ່ສະໜັບສະໜູນວິທີການສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ບັນດານັກລົງທຶນດຳເນີນທຸລະກິດຢູ່ໃນເຂດເສດຖະກິດພິເສດ, ມີບັນດາກົນໄກສະເພາະເພື່ອໃຫ້ເຂດເສດຖະກິດພິເສດກາຍເປັນຫົວໜ່ວຍບໍລິຫານ - ເສດຖະກິດພິເສດຢ່າງແທ້ຈິງ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top