ຂ່າວສານ
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ-ຍີ່ປຸ່ນຄັ້ງທີ 9 ແລະ ກອງປະຊຸມສຸດຍອດອາຊຽນ - ສະຫະປະຊາຊາດ

(ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ-ຍີ່ປຸ່ນ)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງການຮ່ວມມືແມ່ຂອງ - ຍີ່ປຸ່ນ ຄວນເອົາໃຈໃສ່ເຖິງການໜູນຊ່ວຍບັນດາປະເທດແມ່ຂອງ; ພັດທະນາອຸດສາຫະກຳ ແລະ ກະສິກຳກ້າວໜ້າ; ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ກໍຄືເພີ່ມທະວີກຳລັງຄົ້ນຄວ້າພັດທະນາ; ກໍ່ສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ ແລະ ເພີ່ມທະວີການເຊື່ອມຕໍ່ພາກພື້ນ…
ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ອອກຖະແຫຼງການຮ່ວມ ແລະ ເຫັນດີຈັດກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 10 ຢູ່ຍີ່ປຸ່ນ.
ທີ່ກອງປະຊຸມສຸດຍອດອາຊຽນ - ສະຫະປະຊາຊາດ ຄັ້ງທີ 9, ບັນດາການນຳໄດ້ເຫັນດີສືບຕໍ່ຊຸກຍູ້ການຜັນຂະຫຍາຍບັນດາແຜນການກະທຳອາຊຽນ - ສະຫະປະຊາຊາດ 2016 – 2020 ກໍ່ຄືສົມທົບກັບໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ວິໄສທັດປະຊາຄົມອາຊຽນ 2025 ດ້ວຍບັນດາຂົງເຂດໃຫ້ບຸລິມະສິດຄື: ຮັກສາສັນຕິພາບ, ຕ້ານອາດຊະຍາກຳຂ້າມຊາດ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢືນຢັນຄຳໝັ້ນສັນຍາ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານອາຊຽນ - ສະຫະປະຊາຊາດ ຕາມທິດໜູນຊ່ວຍສະພາບຕົວຈິງອາຊຽນ ປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາເປົ້າໝາຍຂອງໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງຂອງຫະປະຊາຊາດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍຄວນເພີ່ມທະວີການທາບທາມຄວາມເຫັນ, ສົມທົບກັນເພື່ອຊຸກຍູ້ບັນດາໂຄງການຮ່ວມມືອາຊຽນ - ສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ ແລ ປັບປຸງການຮັບປະກັນຊີວິດສັງຄົມ. ພ້ອມກັນນັ້ນ, 2 ຝ່າຍຄວນເພີ່ມທະວີການແບ່ງປັນ ແລະ ຊຸກຍູ້ຜົນປະໂຫຍດລວມ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຮັບມືກັບບັນດາສິ່ງທ້າທາຍທີ່ມີລັກສະນະພາກພື້ນ ແລະ ທົ່ວໂລກ.
ແລະກໍ່ໃນຕອນເຊົ້າວັນທີ 14 ພະຈິກ, ບັນດາການນຳອາຊຽນ ຈັດກອງປະຊຸມສຸດຍອດອາຊຽນ +3 ກັບການນຳຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ; ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ 40 ປີແຫ່ງການພົວພັນອາຊຽນ - ການາດາ ແລະ ສະເຫຼີມສະຫຼອງ 40 ປີແຫ່ງການພົວພັນອາຊຽນ - ອີຢູ.
(ແຫຼ່ງຄັດຈາກ VOV)