• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຊີ້ນຳດ່ວນໃນການກະກຽມວິທີການປ້ອງກັນ, ຕ້ານໂລກລະບາດໃຫ້ເໝາະສົມກັບໄວຣັດສາຍພັນໃໝ່ Omicron

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ສືບຕໍ່ເປັນເຈົ້າການຕິດຕາມສະພາບການຜັນແປຂອງໄວຣັດສາຍພັນ Omicron.
(ພາບປະກອບ: VGP)

ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19 ຍ້ອນໄວຣັດສາຍພັນ Omicron ໃນໂລກ, ວັນທີ 30 ພະຈິກ, ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ມີເອກະສານຖ່າຍທອດຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ສືບຕໍ່ເປັນເຈົ້າການຕິດຕາມສະພາບການຜັນແປຂອງໄວຣັດສາຍພັນ Omicron; ບົນພື້ນຖານຄຳກ່າວເຕືອນຂອງອົງການອະນາໄມໂລກ, ກະກຽມວິທີການກ່ຽວກັບວັກຊິນ, ຢາປິ່ນປົວ ແລະ ມາດຕະການປ້ອງກັນ, ຕ້ານໂລກລະບາດໃຫ້ເໝາະສົມກັບໄວຣັດກາຍພັນຈາກໄວຣັດ SARS-CoV-2.

        ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ລັດຖະມົນຕີກະຊວງສາທາລະນະສຸກ ຊີ້ນຳບັນດາທ້ອງຖິ່ນຈົ່ງເພີ່ມທະວີມາດຕະການປ້ອງກັນ, ຕ້ານໂລກລະບາດ; ຍູ້ໄວຄວາມຄືບໜ້າໃນການສັກວັກຊິນຮັບປະກັນຄວາມປອດໄພ, ມີວິທະຍາສາດ, ບັນລຸປະສິດທິຜົນ; ເພີ່ມທະວີກຳລັງ, ເຄື່ອງວັດຖຸອຸປະກອນການແພດໃຫ້ບັນດາບໍລິເວນ, ທ້ອງຖິ່ນທີ່ມີການຜັນແປ ສັບສົນຂອງໂລກລະບາດ ແລະ ເປັນເຈົ້າການຜັນຂະຫຍາຍມາດຕະການປິ່ນປົວທີ່ເໝາະສົມກັບກໍລະນີຕິດໄວຣັດສາຍພັນໃໝ່.

        ລັດຖະມົນຕີກະຊວງສາທາລະນະສຸກ ແນະນຳ, ສ້າງເງື່ອນໄຂສະດວກໃຫ້ບັນດາອົງການຈັດຕັ້ງ, ຫົວໜ່ວຍຮີບເຮັ່ງນຳເຂົ້າ, ຜະລິດຢາປິ່ນປົວໂຄວິດ-19; ຊຸກຍູ້ການທົດລອງ, ຖ່າຍທອດເຕັກໂນໂລຊີ, ຜະລິດວັກຊິນ, ຢາປິ່ນປົວໂຄວິດ-19 ຢູ່ພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ - ຂະ​ແໜງ​ໂຄ​ສະ​ນາ​ອົ​ບ​ຮົມ ກອງ​ທັບ (11/5/1946 - 11/5/2026) ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສ​ະ​ພາ, ຢູ່​ຮ່າ​ໂນ້ຍ.

Top