• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຍ້ອງຍໍຊົມເຊີຍກະຊວງປ້ອງກັນປະເທດທີ່ໄດ້ໜູນຊ່ວຍແຂວງບັກນິງ, ບັກຢາງ ໃນການປ້ອງກັນ, ຕ້ານໂລກລະບາດ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍກະຊວງປ້ອງກັນປະເທດທີ່ໄດ້ໜູນຊ່ວຍແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ພາຫະນະ, ອຸປະກອນ, ໜູນຊ່ວຍການວິໄຈ
ໂຮງໝໍພາກສະໜາມຢູ່ນະຄອນ ບັກຢາງ
(ພາບ: TTXVN)
      ຕາມແຫຼ່ງຂ່າວຈາກສຳນັກຂ່າວສານຫວຽດນາມ ແລ້ວ, ວັນທີ 28 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍກະຊວງປ້ອງກັນປະເທດທີ່ໄດ້ໜູນຊ່ວຍແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ພາຫະນະ, ອຸປະກອນ, ໜູນຊ່ວຍການວິໄຈ, ຜັນຂະຫຍາຍໂຮງໝໍພາກສະໜາມ ຢ່າງຕັ້ງໜ້າ, ທັນການ ຊ່ວຍໃຫ້ 2 ແຂວງ ບັກຢາງ, ບັກນິງ ຄວບຄຸມໂລກລະບາດ ແລະ ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນປົກກະຕິໂດຍໄວ.
        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 19 ພຶດສະພາ, ກະຊວງປ້ອງກັນປະເທດໄດ້ຜັນຂະຫຍາຍການສ້າງຕັ້ງໂຮງໝໍພາກສະໜາມໂດຍດ່ວນຢູ່ນະຄອນ ບັກນິງ, ແຂວງ ບັກນິງ ແລະ ເມືອງ ເຕີນອຽນ, ແຂວງ ບັກຢາງ. ໂຮງໝໍພາກສະໜາມມີແພດໝໍ 100 ຄົນ ແລະ ມີຕຽງນອນ 300 ຕຽງ, ສາມາດເພີ່ມຈຳນວນຕຽງນອນຂຶ້ນເປັນ 500 ຕຽງໄດ້.
(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top