• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈິມິນຊ່ວຍໜູນຊາວຫວຽດນາມອາໄສຢູ່ລາວ ແລະ ກຳປູເຈັຍ ພ້ອມກັບຊາວລາວ ແລະ ຊາວກຳປູເຈັຍຖືກຜົນສະທ້ອນຈາກ ໂລກລະບາດໂຄວິດ-19

      ທາງນະຄອນໂຮ່ຈິມິນ ຈະຫັກເງິນ 2,5 ຕື້ດົງຈາກກອງທຶນປ້ອງລະຕ້ານ ໂລກລະບາດໂຄວິດ-19 ຂອງນະຄອນເພື່ອຊ່ວຍໜູນພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ລາວ ແລະ ກຳປູເຈັຍ ພ້ອມກັບຊາວລາວ ແລະ ຊາວກຳປູເຈັຍຖືກຜົນສະທ້ອນຈາກ ໂລກລະບາດໂຄວິດ-19.
ຫວຽດນາມສົ່ງເຄື່ອງບັນເທົາທຸກໃຫ້ແກ່ພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ ກຳປູເຈັຍ
ແລະ ຊາວກຳປູເຈັຍປະສົບກັບຄວາມຫຍຸ້ງຍາກ
      ຜູ້ຕາງໜ້າຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ ທາງນະຄອນໂຮ່ຈິມິນ ຈະຫັກເງິນ 2,5 ຕື້ດົງຈາກກອງທຶນປ້ອງກັນ ແລະ ຕ້ານ ໂລກລະບາດໂຄວິດ-19 ຂອງນະຄອນເພື່ອຊ່ວຍໜູນພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ລາວ ແລະ ກຳປູເຈັຍ ພ້ອມກັບຊາວລາວ ແລະ ຊາວກຳປູເຈັຍຖືກຜົນສະທ້ອນຈາກ ໂລກລະບາດໂຄວິດ-19.
    ລະອຽດແມ່ນນະຄອນໂຮ່ຈິມິນ ໄດ້ຕົກລົງຊ່ວຍໜູນ 1,5ຕື້ດົງໃຫ້ແກ່ ພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ ກຳປູເຈັຍ ແລະ ຊາວກຳປູເຈັຍປະສົບກັບຄວາມຫຍຸ້ງຍາກ, ຊ່ວຍໜູນ 1 ຕື້ດົງໃຫ້ແກ່ ພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ລາວ ແລະ ຊາວລາວ ທີ່ປະສົບກັບຄວາມຫຍຸ້ງຍາກໃນສະພາບການ ໂລກລະບາດໂຄວິດ-19 ພວມຄຸກຄາມ.
 (ແຫຼ່ງຄັດຈາກ VOV)



ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top