ຂ່າວສານ
ທ່ານ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ການຕ້ອນຮັບຄະນະເລຂາທິການໃຫຍ່ ອາຊຽນ

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Lim Jock hoi, ເລຂາທິການໃຫຍ່ ອາຊຽນ, ແລະ ຄະນະປະຕິບັດງານ (ພາບ: TTXVN)
ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວັນລິກ ໃຫ້ຮູ້ວ່າ ເພື່ອດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ນັ້ນ, ແຕ່ທ້າຍປີ 2018, ຄະນະກຳມະການແຫ່ງຊາດກ່ຽວກັບ ອາຊຽນ 2020 ໄດ້ເລີ່ມເຂົ້າສູ່ການເຄື່ອນໄຫວ ແລະ ຕັ້ງໜ້າຜັນຂະຫຍາຍວຽກງານກະກຽມກ່ຽວກັບເນື້ອໃນ, ການຕ້ອນຮັບ, ຮັບປະກັນພື້ນຖານວັດຖຸ, ປ້ອງກັນຄວາມສະຫງົບ, ຄວາມປອດໄພ. ແຕ່ປີ 2018 ກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ໄດ້ຜັນຂະຫຍາຍວຽກງານກະກຽມໃຫ້ແກ່ການດຳລົງຕຳແໜ່ງເປັນປະທານໃນບັນດາກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນໃນປີ 2020. ຫວຽດນາມປາດຖະໜາວ່າຈະໄດ້ຮັບການຊ່ວຍເຫຼືອດ້ານວິຊາການຂອງຄະນະເລຂາທິການໃຫຍ່ ອາຊຽນ ແລະ ການໜູນຊ່ວຍໂດຍກົງຂອງ ຄະນະເລຂາທິການໃຫຍ່ ອາຊຽນ, ທັງຢູ່ໃນ ແລະ ພາຍຫຼັງເວລາດຳເນີນແຕ່ລະກອງປະຊຸມທີ່ກ່ຽວຂ້ອງ ADMM, ADMM+ ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2020.
ສ່ວນທ່ານ Lim Jock hoi ໄດ້ຢັ້ງຢືນວ່າ ຈະຕັ້ງໜ້າຊ່ວຍເຫຼືອ ຫວຽດນາມ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງໃນປີ 2020 ເມື່ອ ຫວຽດນາມດຳລົງຕຳແໜ່ງເປັນປະທານ ອາຊຽນ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ, ເພີ່ມທະວີການຮ່ວມມືທີ່ມີຄຸນນະພາບໃນບັນດາຂົງເຂດ, ເພື່ອສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ໂລກ.
(ແຫຼ່ງຄັດຈາກ VOV)