• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ປາດ​ຖະ​ໜາກ​ຢາກໃຫ້​ຫ໋າຍ​ຝ່ອງ​ສືບ​ຕໍ່​ແມ່ນ​ຈຸດ​​ເດັ່ນ​ດ້ານ​ເສດ​ຖະ​ກິດ​ໃນ​ທົ່ວ​ປະ​ເທດ

ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນ ຫ໋າຍຝ່ອງ, ໄດ້ດຳເນີນກອງປະຊຸມປະຖົມມະເລິກ ສະພາປະຊາຊົນນະຄອນຫ໋າຍຝ່ອງຊຸດທີ XVI.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມີຄວາມປາດຖະໜາດ ແລະ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ນະຄອນ ຫ໋າຍຝ່ອງຈະສືບຕໍ່ກາຍເປັນຈຸດ ເດັ່ນໃນການພັດທະນາເສດຖະກິດ, ສັງຄົມຂອງທົ່ວປະເທດ. ທ່ານໃຫ້ຮູ້ວ່າ:

ໃນອາຍຸການ 2021  2026, ສະພາປະຊາຊົນນະຄອນຊຸດທີ XVI ຕ້ອງສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນໃຫ້ຫຼາຍກ່ວາອີກ. ເອົາໃຈໃສ່ເປັນພິເສດເຖິງການປະຕິບັດ 3 ບຸກທະລຸຍຸດທະສາດ, ເປັນຕົ້ນແມ່ນນະໂຍບາຍ, ລະບອບລະບຽບການລະອຽດດ້ວຍບັນດາມະຕິທີ່ເໝາະສົມຂອງສະພາປະຊາຊົນນະຄອນ.

ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ ກໍ່ສະເໜີໃຫ້ຕ້ອງສ້າງຫ໋າຍຝ່ອງກາຍເປັນສູນການສຶກສາ ແລະ ບຳລຸງສ້າງ, ສາທາລະນະສຸກຂອງເຂດແຄມຝັ່ງທະເລທາງພາກເໜືອ, ຈຸດສຸມໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີໃນທົ່ວປະເທດ.

 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top