• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ໄວ້​ອາ​ໄລ ປະ​ທານ​ໂຮ່​ຈີ​ມິນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງບໍ່ຢຸດຢັ້ງຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງເພິ່ນຕໍ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ໄວ້ອາໄລ ປະທານ ໂຮ່ຈີມິນ (ພາບ: TTXVN)

ຕອນເຊົ້າວັນທີ 28 ສິງຫາ, ຢູ່ເຮືອນເລກທີ 64 ຢູ່ເຂດປູສະນີຍະສະຖານປະຫວັດສາດ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຖະຫວາຍທູບທຽນ ໄວ້ອາໄລ ປະທານ ໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, 52 ປີແຫ່ງວັນປະທານໂຮ່ຈີມິນເຖິງແກ່ມໍລະນະກຳ ແລະ ກໍ່ຄື 52 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງບໍ່ຢຸດຢັ້ງຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງເພິ່ນຕໍ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ປີນີ້ ແມ່ນປີທຳອິດ ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ດ້ວຍຄວາມມຸ່ງມາດປາດຖະໜາກຂອງ ຊາດ ຫວຽດນາມ ແມ່ນນຳປະເທດໄປສູ່ຄວາມຈະເລີນຮຸ່ງເຮືອງ, ຄວາມຜາສຸກ, ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top