• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຫງວຽນ​ຊວັນ​ຟຸກ: ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ, ບໍ່​ປະ​ໝາດ​ໃນການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບບັນດາທ້ອງຖິ່ນ, ກະຊວງ, ຂະແໜງການກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ (ພາບ:VGP)

ບົດລາຍງານຂອງຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ທີ່ການເຮັດວຽກໃຫ້ຮູ້ວ່າ: ໄລ່ຮອດຕອນເຊົ້າວັນທີ 29 ກໍລະກົດ, ແຫຼ່ງລະບາດ ຢູ່ດ່ານັງ ໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 30 ຄົນ ໃນນັ້ນມີ 27 ຄົນແມ່ນຢູ່ດ່ານັ້ງ, 2 ຄົນແມ່ນຢູ່ ກ໋ວາງນາມ, 1 ຄົນແມ່ນຢູ່ ກ໋ວາງງ໊າຍ. ຜູ້ຕິດເຊື້ອພະຍາດ Covid – 19 ເກືອບທັງໝົດແມ່ນມີອາຍຸແຕ່ 40ປີຂຶ້ນໄປ. ດັ່ງນັ້ນມາຮອດປັດຈຸບັນ, ທົ່ວປະເທດມີຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 446 ຄົນ ໃນນັ້ນມີ 77 ຄົນພວມໄດ້ຮັບການປິ່ນປົວ, ສ່ວນຍັງເຫຼືອແມ່ນໄດ້ ປົ່ນປົວດີໝົດແລ້ວ.

ກ່າວຄຳເຫັນທີ່ກອງປະຊຸມ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ໂລກລະບາດ Covid – 19 ຄັ້ງນີ້ ມີການແຜ່ລາມໃນວົງກ້ວາງ ແລະ ຍັງບໍ່ທັນຊອກໄດ້ ຜູ້ແຜ່ເຊື້ອ (F0) ເທື່ອ, ເຊື້ອພະຍາດມີການປ່ຽນພັນ, ດັ່ງນັ້ນສະພາບການຈຶ່ງມີການຜັນແປຢ່າງສັນສົນ, ມີຄວາມສ່ຽງແຜ່ລາມອອກສູ່ວົງກ້ວາງຢູ່ຫຼາຍທ້ອງຖິ່ນ. ເພາະສະນັ້ນ, ຕ້ອງຍົກສູງສະຕິລະວັງຕົວ, ຍົກສູງຈິດໃຈຮັບຜິດຊອບຕໍ່ປະຊາຊົນ, ບໍ່ຄວນປະໝາດ ແລະ ບໍ່ປະໃຫ້ເກີດສະພາບການບໍ່ສາມາດຄວບຄຸມໄດ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top