• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຈັດ​ໃຫ້​ປະ​ຊາ​ຊົນ​​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ປອດ​ໄພ, ປອດ​ໃສ​ຈົບ​ງາມ ແລະ ປະ​ຢັດ​

ບັນດາໜ້າທີ່ຈຸດສຸມແມ່ນສືບຕໍ່ປະຕິບັດບັ້ນສັກວັກຊິນກັນພະຍາດໂຄວິດ - 19 ຢ່າງວ່ອງໄວກວ່າອີກ, ຜັນຂະຫຍາຍໂຄງການສັງລວມທັງປ້ອງກັນໂລກລະບາດ, ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ປະຊາຊົນໃຫ້ມີປະສິດທິຜົນ…
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ພົບປະສັງສັນກັບສະມາຊິກສະໂມສອນ ຮ່າມຣົ່ງ (ພາບ: VGP)

ຕອນເຊົ້າວັນທີ 25 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານຂອງສູນກາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດ, ພົບປະສັງສັນກັບສະມາຊິກສະໂມສອນ ຮ່າມຣົ່ງ, ເຊິ່ງເປັນບ່ອນເຕົ້າໂຮມພະນັກງານປະຕິວັດຜູ້ອາວຸໂສ, ພະນັກງານຂັ້ນກາງ, ຂັ້ນສູງຂອງພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ທີ່ໄດ້ພັກກິນເບ້ຍບຳນານໃນບໍລິເວນນະຄອນ ແທັງຮວ໊າ; ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ສະມາຊິກກຳມະບານ, ກຳມະກອນ, ແຮງງານທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ຢູ່ເຂດອຸດສາຫະກຳ ເຫຼມົນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ປີ 2022, ບັນດາໜ້າທີ່ຈຸດສຸມແມ່ນສືບຕໍ່ປະຕິບັດບັ້ນສັກວັກຊິນກັນພະຍາດໂຄວິດ - 19 ຢ່າງວ່ອງໄວກວ່າອີກ, ຜັນຂະຫຍາຍໂຄງການສັງລວມທັງປ້ອງກັນໂລກລະບາດ, ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ປະຊາຊົນໃຫ້ມີປະສິດທິຜົນ… ພ້ອມດຽວກັນນັ້ນ, ເອົາໃຈໃສ່ເຖິງວຽກງານກໍ່ສ້າງເຮືອນຢູ່ໃຫ້ແກ່ກຳມະກອນຫຼາຍກວ່າອີກ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ອົງການຕ່າງໆ ຈົ່ງມີຄວາມເອົາໃຈໃສ່ໃຫ້ເປັນຢ່າງດີເພື່ອໃຫ້ປະຊາຊົນ ແລະ ຜູ້ອອກແຮງງານໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ, ປອດໄພ, ປອດໃສ, ປະຢັດ ແລະ ເຕັມໄປດ້ວຍຄວາມຮັກແພງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top