• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ປົກ​ປັກ​ຮັກ​ສາ​ຊີ​ວິດ​ອິນ​ຊີ ແລະ ສັບ​ສົມ​ບັດ​ຂອງ​ປະ​ຊາ​ຊົນ​ເຂດ​ຖືກ​ພະ​ຍຸ​ນ້ຳ​ຖ້ວມ

ຄະນະປະຈຳລັດຖະບານຈັດການປະຊຸມຜັນຂະຫຍາຍ ບັນດາມາດຕະການແກ້ໄຂຜົນຮ້າຍຈາກພະຍຸນ້ຳຖ້ວມ.

(ພາບ: tuoitre.vn)

ຕອນບາຍວັນທີ 19 ຕຸລາ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ,  ຄະນະປະຈຳລັດຖະບານຈັດການປະຊຸມຜັນຂະຫຍາຍ ບັນດາມາດຕະການແກ້ໄຂຜົນຮ້າຍຈາກພະຍຸນ້ຳຖ້ວມ ກໍ່ຄືວຽກງານປ້ອງກັນຕ້ານພະຍຸນ້ຳຖ້ວມໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ການປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ເນັ້ນໜັກວ່າ:

  ນາຍົກລັດຖະມົນຕີຮຽກຮ້ອງສືບຕໍ່ການຊີ້ນຳການແກ້ໄຂຜົນຮ້າຍ ດ້ວຍບັນດາວິທີການກຽມພ້ອມຫຼາຍກ່ວາອີກ ບົນຈິດໃຈບໍ່ໃຫ້ປະຊາຊົນຖືກອຶດຫິວ, ບໍ່ມີບ່ອນເພິງພາອາໄສ. ຕັ້ງໜ້າຊີ້ນຳການກູ້ໄພກູ້ຊີບ ແຕ່ຕ້ອງມີຄວາມຜອດໄພ. ກ່ອນອື່ນໝົດຕ້ອງຮັບປະກັນການຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ. ລະບົບການເມືອງຕ້ອງເຂົ້າຮ່ວມ, ໂດຍສະເພາະແມ່ນບັນດາໝູ່ຄະນະຄື: ຊາວໜູ່ມ, ບັນດາຜູ້ມີໃຈບຸນໃຈກຸສົນ, ໜູນຊ່ວຍໃຫ້ປະຊາຊົນດ້ວຍຈິດໃຈ “ຊ່ວຍເຫຼືອຊື່ງກັນ ແລະ ກັນ”. ບັນດາທ້ອງຖິ່ນຕ້ອງໜູນຊ່ວຍບັນດາເຂດຖືກພະຍຸນ້ຳຖ້ວມ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top