• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ການ​ເຄື່ອນ​ໄຫວ​ຖະ​ແຫຼງ​ຂ່າວ ແລະ ສື່ມວ​ນ​ຊົນ ຕ້ອງ​ຮັບ​ໃຊ້​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ຫາກໍປະກາດຄຳສັ່ງວ່າດ້ວຍການເພີ່ມທະວີວຽກງານໂຄສະນາ, ກຳນົດການເຄື່ອນໄຫວຖະແຫຼງຂ່າວ, ສື່ມວນຊົນ ຮັບໃຊ້ໜ້າທີ່ປົກປັກຮັກສາປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຮັດວຽກກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ ໃນຕອນບ່າຍວັນທີ 11 ພຶດສະພາ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການສື່ມວນຊົນ ຈົ່ງເປັນເຈົ້າການຮັບມືກັບບັນດາພາຫະນະສື່ມວນຊົນໃໝ່, ຫັນເປັນຫຼາຍຮູບຫຼາຍແບບທັງດ້ານຮູບການ ແລະ ເນື້ອໃນການສື່ສານ, ໂຄສະນາ ເພື່ອຮັບປະກັນຮັບໃຊ້ໜ້າທີ່ປົກປັກຮັກສາປະເທດຊາດຢ່າງມີປະສິດທິຜົນ, ຍົກສູງທີ່ຕັ້ງບົດບາດສາກົນຂອງປະເທດຊາດ. ພ້ອມກັນນັ້ນ, ສື່ມວນຊົນຕ້ອງເປັນເຈົ້າການສະໜອງຂໍ້ມູນຂ່າວສານ ເພື່ອແນໃສ່ກຳນົດທິດຫາງສຽງ, ຍູ້ຖອຍຂໍ້ມູນຂ່າວສານ, ວັດທະນະທຳທີ່ບໍ່ດີ, ແຜ່ກະຈາຍຂໍ້ມູນທີ່ຕັ້ງໜ້າ, ຍົກສູງຄວາມຮັບຮູ້ຂອງປະຊາຊົນ ຕໍ່ໜ້າບັນດາຂ່າວລືທີ່ບໍ່ມີມູນຄວາມຈິງ. ທ່ານນາຍົກລັດຖະມົນຕີ ຊີ້ນຳໃຫ້ບັນດາກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ເຊື່ອມຊຶມແຜນນນະໂຍບາຍ, ແນວທາງ, ທັດສະນະຂອງພັກ, ລັດ ກ່ຽວກັບການປົກປັກຮັກສາປະເທດຊາດ; ເປັນເຈົ້າການໃນການກວດພົບ, ຕໍ່ສູ້, ສະກັດກັ້ນບັນດາຂໍ້ມູນຂ່າວສານທີ່ບໍ່ດີ ເຊິ່ງຈະສົ່ງຜົນກະທົບຕໍ່ຜົນປະໂຫຍດແຫ່ງຊາດ.

 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top