• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ແຂວງ​ກາວບັງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ໃນ 19 ປີຜ່ານມາ, ເລື່ອງຈັດຕັ້ງ ວັນບຸນມະຫາສາມັກຄີທົ່ງປວງຊົນທັງຊາດ ໄດ້ກາຍເປັນມູນເຊື້ອອັນດີງາມຢູ່ເຂດຊຸມຊົນເກືອບທັງໝົດ, ໃນນັ້ນມີ ບ້ານປາກບໍ, ນ້ຳລິນ, ນ່າແລ້ງ.
(ພາບ:VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 91 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ (18/11/1930 - 18/11/2021),  ວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ເຂດຊຸມຊົນບ້ານປາກບໍ, ນ້ຳລິນ, ນ່າແລ້ງ, ຕາແສງເຈື່ອງຮ່າ, ເມືອງຮ່າກວາງ, ແຂວງກາວບັງ.

  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ໃນ 19 ປີຜ່ານມາ, ເລື່ອງຈັດຕັ້ງ ວັນບຸນມະຫາສາມັກຄີທົ່ງປວງຊົນທັງຊາດ ໄດ້ກາຍເປັນມູນເຊື້ອອັນດີງາມຢູ່ເຂດຊຸມຊົນເກືອບທັງໝົດ, ໃນນັ້ນມີ ບ້ານປາກບໍ, ນ້ຳລິນ, ນ່າແລ້ງ. ທ່ານປາດຖະໜາວ່າ ປຊຊ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດ, ສີສັນວັດທະນະທຳຂອງຊາດ, ນ້ຳໃຈສາມັກຄີເປັນຈິດໜຶ່ງໃຈດຽວ, ຕັດສິນໃຈສ້າງສາບ້ານເກີດເມືອງນອນ ໃຫ້ນັບມື້ນັບຮັ່ງມີສວຍງາມ, ສີວິໄລ.

   ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມອບຂອງຂັວນໃຫ້ ປຊຊ ເຂດຊຸມຊົນ ບ້ານປາກບໍ, ນ້ຳລິນ, ນ່າແລ້ງ; ມອບຂອງຂັວນໃຫ້ບັນດາຄອບຄົວດີເດັ່ນ, ຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top