• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ປຶກ​ສາ​ຫາລື​ກ່ຽວກັບ​ມາດ​ຕະການ​ຊຸກຍູ້​ການ​ປ່ອຍ​ເງິນ​ລົງທຶນ​ສາທາລະນະ​

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ສໍານັກງານ ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມອອນລາຍທົ່ວປະເທດ ລະຫວ່າງລັດຖະບານ ກັບ ທ້ອງຖິ່ນຕ່າງໆ ເພື່ອປຶກສາຫາລືກ່ຽວກັບມາດຕະການຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ, ລວມທັງແຫຼ່ງທຶນງົບປະມານແຫ່ງລັດ ແລະ ODA.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ກອງປະຊຸມ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງກະແສເງິນລົງທຶນ, ວິສາຫະກິດປະສົບກັບຄວາມຫຍຸ້ງຍາກ, ກໍາມະກອນບໍ່ມີວຽກເຮັດງານທໍາ, ເສດຖະກິດຂອງປະເທດໄດ້ຮັບການໃຫ້ຂໍ້ສັງເກດວ່າ ແມ່ນເຕີບໂຕຊ້າທີ່ສຸດໃນໄລຍະກວ່າ 10 ປີຜ່ານມາ. ໃນສະພາບການນັ້ນ, ການລົງທຶນສາທາລະນະ ແມ່ນການກອບກູ້ເອົາພື້ນຖານເສດຖະກິດ, ເພາະວ່າ ຕາມການຄິດໄລ່ຂອງກົມໃຫຍ່ສະຖິຕິແລ້ວ, ຖ້າຫາກປ່ອຍ ເງິນລົງທຶນເພີ່ມອີກ 1% ນັ້ນ ຈະປະກອບສ່ວນເຮັດໃຫ້ GDP ເພີ່ມຂຶ້ນ 0,06%. ດັ່ງນັ້ນ, ຄວາມຮັບຜິດຊອບຂອງລັດຖະບານ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດໃນການບໍລິຫານປະເທດຊາດໃນຈຸດເວລານີ້ ແມ່ນສຸມໃສ່ປ່ອຍເງິນລົງທຶນສາທາລະນະຈໍານວນ 633 ພັນຕື້ ດັ່ງເກືອບເທົ່າກັບ 28 ຕື້ USD. 
(ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top