• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​​ຊົນສູນ​ກາງ ​ພົບ​ປະ​ກັບ​ບັນ​ດ​າ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທີ່​ເປັນຜູ້​ມີ​ຍົດ​ສັກຕຳ​ແໜ່ງ​ທາງ​ສາ​ສະ​ໜາ

ການປະຕິບັດກົດໝາຍວ່າດ້ວຍຄວາມເຊື່ອຖື ເຫຼື້ອມໃສ, ສາສະໜາ ມາ ເກືອບ 2 ປີ ໄດ້ສະແດງໃຫ້ເຫັນວ່າ ບັນດາຂໍ້ກຳນົດຂອງກົດໝາຍ ໄດ້ຮັບປະກັນຄວາມເປັນຄົບຊຸດກັບບັນດາເອກະສານນິຕິກຳໂດຍພື້ນຖານຢູ່ບັນດາຂົງເຂດຕ່າງໆທີ່ໄດ້ຮັບການປະກາດໃຊ້, ສ້າງຄວາມເປັນເອກະພາບທາງດ້ານແນວຄິດ, ຄວາມຮັບຮູ້ຂອງຖັນແຖວພະນັກງານ, ລັດຖະກອນທຸກຂັ້ນກ່ຽວກັບຕຳແໜ່ງ, ບົດບາດຂອງວຽກງານສາສະໜາ. 

ການນຳແລະບັນດາຜູ້ແທນ (ພາບ: VGP) 

ກ່າວຄຳເຫັນທີ່ການພົບປະກັບບັນດາສະມາຊິກສະພາແຫ່ງຊາດທີ່ເປັນຜູ້ມີຍົດສັກຕຳແໜ່ງທາງສາສະໜາໃນຕອນບ່າຍວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ປະຕິບັດນະໂຍບາຍສາມັກຄີແຫ່ງຊາດ, ສາມັກຄີສາສະໜາແບບສະເໝີຕົ້ນສະເໝີປາຍ, ຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການ ເຫຼື້ອມໃສ, ສາສະໜາຂອງປະຊາຊົນ. ການປະຕິບັດກົດໝາຍວ່າດ້ວຍຄວາມເຊື່ອຖື ເຫຼື້ອມໃສ, ສາສະໜາ ມາ ເກືອບ 2 ປີ ໄດ້ສະແດງໃຫ້ເຫັນວ່າ ບັນດາຂໍ້ກຳນົດຂອງກົດໝາຍ ໄດ້ຮັບປະກັນຄວາມເປັນຄົບຊຸດກັບບັນດາເອກະສານນິຕິກຳໂດຍພື້ນຖານຢູ່ບັນດາຂົງເຂດຕ່າງໆທີ່ໄດ້ຮັບການປະກາດໃຊ້, ສ້າງຄວາມເປັນເອກະພາບທາງດ້ານແນວຄິດ, ຄວາມຮັບຮູ້ຂອງຖັນແຖວພະນັກງານ, ລັດຖະກອນທຸກຂັ້ນກ່ຽວກັບຕຳແໜ່ງ, ບົດບາດຂອງວຽກງານສາສະໜາ. ດ້ວຍບົດບາດ ແລະ ອິດທິພົນຊື່ສຽງຂອງບັນດາສະມາຊິກສະພາແຫ່ງຊາດທີ່ເປັນຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ທ່ານນາງ ເຈືອງທິມາຍ ມີຄວາມປາດຖະໜາຢາກໃຫ້ບັນດາທ່ານສືບຕໍ່ໂຄສະນາ, ແຜ່ຂະຫຍາຍໃນປະຊາຄົມເພື່ອໃຫ້ບັນດາສາສະນິກະຊົນຂອງສາສະໜາຕ່າງໆເປັນຈິດໜຶ່ງໃຈດຽວກັນປະຕິບັດກົດໝາຍ, ນະໂຍບາຍຂອງພັກ, ລັດໃຫ້ເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top