• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິ​ມ​ເງິນ ໄດ້​ເຂົ້າ​ຮ່ວມ​ລາຍ​ການ “ລະ​ດູ​ບານ​ໃໝ່​ ​ຢູ່​ເຂ​ດ​ຊ​າຍ​ແດນ​ອົບ​ອຸ່ນໄປ​ດ້ວຍ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ”

ລາຍການພົບປະແລກປ່ຽນ ສິລະປະ “ລະດູບານໃໝ່ຢູ່ເຂດຊາຍແດນອົບອຸ່ນໄປດ້ວຍຈິດໃຈປະຊາຊົນ” ປີ 2020 ໂດຍອົງຄະນະພັກ, ກອງບັນຊາການທະຫານເຂດຊາຍແດນສົບທົບກັບສະຫະພັນ ແມ່ຍິງ ຫວຽດນາມ ແລະ ແຂວງ ດັກລັກ ຈັດຂຶ້ນໃນຕອນຄ່ຳວັນທີ 14 ມັງກອນ, ຢູ່ຕາແສງເຂດຊາຍແດນ ກຣົງນາ, ເມືອງບວນໂດນ, ແຂວງ ດັກລັກ. 

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນມອບຂອງຂວັນໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ທຶນການສຶກສາ ໃຫ້ແກ່ນ້ອງນັກຮຽນ

ກ່າວຄຳເຫັນທີ່ລາຍການ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ: ລາຍການມີຄວາມໝາຍວັດທະນະທຳມະນຸດທີ່ເລິກເຊິງ, ນຳເອົາຄວາມເບີກບານມ່ວນຊື່ນມາໃຫ້ພໍ່ແມ່ພີ່ນ້ອງເຂດຊາຍແດນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ. ທ່ານນາງ ຫງວຽນທິກິມເງິນ ກ່າວວ່າ:

ຂ້າພະເຈົ້າຕີລາຄາສູງ ຕໍ່ວຽກງານນີ້ຂອງ ບັນດາກົມກອງ ທີ່ໄດ້ເສີມຂະຫຍາຍບັນດາຄຸນນະທາດອັນດີງາມຂອງ “ທະຫານລຸງໂຮ່”, ເຊິ່ງໄດ້ກຳເນີດຂຶ້ນຈາກປະຊາຊົນ, ຮັບໃຊ້ປະຊາຊົນ, ເພື່ອປະຊົນຊົນ, ສະໜິດຕິດພັນກັບປະຊາຊົນຢ່າງແໜ້ນແຟ້ນ. ຂ້າພະເຈົ້າຫວັງວ່າ ລາຍການນີ້ຈະສືບຕໍ່ໄດ້ຮັບການຮັກສາ, ນັບມື້ນັບມີຫຼາຍການເຄື່ອນໄຫວທີ່ມີຄວາມໝາຍກ່ວານີ້ອີກ.

ທ່ານນາງປະທານສະພາແຫ່ງຊາດ ມີຄວາມປາດຖະໜາວ່າ ແຂວງ ດັກລັກຈະຍາດແຍ່ງບັນດານະໂຍບາຍຂອງ ລັດກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ໃຫ້ແກ່ ເຂດ ພໍ່ແມ່ປະຊາຊົນ ຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງໃຫ້ເປັນຢ່າງດີ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ກາຍເປັນແຂວງຊາຍແດນທີ່ມີສະຖຽນລະພາບດ້ານການເມືອງ, ພັດທະນາກ່ຽວກັບເສດຖະກິດ, ມີຄວາມໝັ້ນຄົງເຂັ້ມແຂງກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຊີວິດທາງດ້ານວັດຖຸ ແລະ ຈິດໃຈ ຂອງ ປະຊາຊົນ ໄດ້ຮັບການຍົກສູງຂຶ້ນ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top