• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຝາກຈົດໝາຍອວຍພອນບຸນໄຫວ້ພະຈັນໃຫ້ພວກຫຼານເຍົາວະຊົນ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຝາກຈົດໝາຍໃຫ້ພວກຫຼານເຍົາວະຊົນ, ອະນຸຊົນຫວຽດນາມ ໃນທົ່ວປະເທດ.


ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

(ພາບ: VGP) 


ເນື່ອງໃນໂອກາດວັນບຸນໄຫວ້ພະຈັນປີ 2019, ວັນທີ 09 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຝາກຈົດໝາຍໃຫ້ພວກຫຼານເຍົາວະຊົນ, ອະນຸຊົນຫວຽດນາມ ໃນທົ່ວປະເທດ, ບັນດາພວກຫຼານເຍົາວະຊົນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາພວກຫຼານເຍົາວະຊົນຊາວຕ່າງປະເທດອາໄສຢູ່ຫວຽດນາມ. ເນື້ອໃນຈົດໝາຍມີຕອນຂຽນວ່າ: ປີ 2019 ນີ້, ຫວຽດນາມ ແລະ ບັນດາປະເທດໃນໂລກພ້ອມກັນຈັດພິທີສະເຫຼີມສະຫຼອງ 30 ປີສົນທິສັນຍາສະຫະປະຊາຊາດກ່ຽວກັບສິດຂອງເດັກ. ພັກ, ລັດ, ໂຮງຮຽນ, ຄອບຄົວ ແລະ ສັງຄົມຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລ, ສ້າງທຸກເງື່ອນໄຂເປັນຢ່າງດີທີ່ສຸດເພື່ອໃຫ້ພວກຫຼານໄດ້ລະຫຼີ້ນ, ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ພັດທະນາຢ່າງຮອບດ້ານໃນຄວາມປອດໄພ, ປອດໄສ ແລະ ປະຕິບັດບັນດາສິດຂອງເດັກຢ່າງຄົບຖ້ວນ. ປາດຖະໜາວ່າ, ພວກຫຼານເຍົາວະຊົນສືບຕໍ່ປະຕິບັດ 5 ຄຳສັ່ງສອນຂອງປະທານໂຮ່ຈີມິນ ໃຫ້ເປັນຢ່າງດີ ເພື່ອໃຫ້ພວກຫຼານໄດ້ກາຍເປັນເຈົ້າຂອງປະເທດຊາດໃນການສ້າງສາປະເທດຊາດພວກເຮົາໃຫ້ນັບມື້ນັບຮັ່ງມີ, ສວຍງາມ ແລະ ສີວິໄລໃນອະນາຄົດ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top