• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ພົບປະກັບບັນດາການນຳ ຈີນ

      ຕອນບ່າຍວັນທີ 12 ພຶດສະພາ, ທີ່ປະຊຸມໃຫຍ່ຢູ່ນະຄອນຫລວງ ບັກກີງ ປະເທດ ຈີນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ພົບປະເຈລະຈາກັບທ່ານປະທານສະພາປຶກສາການເມືອງແຫ່ງຊາດ ຈີນ ຢ໋ຽວເຈີນຈີ­ງ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຢ໋ຽວເຈີນຈີງ (ພາບ: TTXVN)
      ທີ່ການພົບປະເຈລະຈາ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງບັນດາການປະກອບສ່ວນຂອງສະພາປຶກສາການເມືອງແຫ່ງຊາດ ຈີນ ແລະ ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຢ໋ຽວເຈີນຈີງ ເອງສຳລັບການພັດທະນາສາຍພົວພັນລະຫວ່າງ 2 ພັກ, 2 ລັດ; ສະແດງຄວາມປາດຖະໜາຢາກໃນໄລຍະຈະມາເຖິງ, 2 ຝ່າຍຄວນພ້ອມກັນມານະພະຍາຍາມກະຕຸກຊຸກຍູ້, ຊີ້ນຳນຳພາເພື່ອນຳຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ ຊາບຊຶມລົງສູ່ທຸກຂັ້ນທຸກຂະແໜງການ ແລະ ຫັນເປັນພຶດຕິກຳຕົວຈີງດ້ວຍບັນດາວຽກເຮັດງານທຳລະອຽດ, ສະເໝີຕົ້ນສະເໝີປາຍ, ສ້າງຄວາມຫັນປ່ຽນຢ່າງແຂງແຮງໃນທຸກຂົງເຂດຮ່ວມມື.
        ທ່ານປະທານສະພາປຶກສາການເມືອງແຫ່ງຊາດ ຈີນ ຢ໋ຽວເຈີນຈີງ ຢືນຢັນວ່າ: ສະພາປຶກສາການເມືອງແຫ່ງຊາດ ຈີນ ຖືເປັນສຳຄັນການພົວພັນແລກປ່ຽນ, ການຮ່ວມມືກັບແນວໂຮມປະເທດຊາດ ຫວຽດນາມ; ເພື່ອແນໃສ່ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບການປ່ຽນໃໝ່, ເປີດປະຕູ, ສ້າງສາ ແລະ ພັດທະນາປະເທດຊາດ, ປະກອບສ່ວນປັບປຸງພື້ນຖານສັງຄົມ, ຍູ້ແຮງການພົວພັນແລກປ່ຽນ ແລະ ການຮ່ວມມືລະຫວ່າງ 2 ປະເທດ, ນຳການພົວພັນ 2 ປະເທດພັດທະນາປອດໃສ, ສະຖຽນລະພາບ ເພື່ອຜົນປະໂຫຍດພື້ນຖານ ແລະ ຍາວນານຂອງປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ.

ທ່ານ ຈີ່ນດ້າຍກວາງ ໄດ້ພົບປະເຈລະຈາກັບທ່ານຈ໋າງເຕີຈຽງ (ພາບ: TTXVN)
ແລະກໍ່ໃນຕອນບ່າຍວັນທີ 12 ພຶດສະພາ, ທີ່ຫໍປະຊຸມໃຫຍ່ຢູ່ນະຄອນຫລວງ ບັກກີງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະເຈລະຈາກັບທ່ານຫົວໜ້າກຳມະການໃນຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຈ໋າງເຕີຈຽງ.
        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 12 ພຶດສະພາ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ທ່ານ ຫຼືວຟານສື ກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາສູນກາງພັກກອມມູນິດ ຈີນ.
(ແຫຼ່ງຄັດຈາກ VOV)

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ໂຄງ​ການ​ສຸມ​ໃສ່​ກະ​ກຽມ​ຄວາມ​ຮູ້, ທັກ​ສະ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ອາດ​ສາ​ມາດ​ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ກ່ອນ​ເວ​ລາ​ກຳ​ລັງ​ການ​ແພດ​ສະ​ເພາະ​ກິດ​ເຂົ້າ​ເຖິງ​ສະ​ຖານ​ທີ່​ເກີດ​ເຫດ.

Top